ແບ່ງປັນບົດຮຽນໃຫ້ບັນດານັກຂ່າວອາຊຽນ

ແບ່ງປັນບົດຮຽນໃຫ້ບັນດານັກຂ່າວອາຊຽນ - ảnh 1
(ກອງ​ປະຊຸມ​ສຳ​ມະ​ນາ “ບົດຮຽນ​ຂອງ​ນັກ​ຂ່າວ​ບັນດາ​ປະ​ເທດ
ອາ​ຊຽນ ​ໃນ​ການ​ສື່ຂ່າວ​ບັນດາ​ເຫດການ​ວັດ​ທະນະ​ທຳ​ໃຫຍ່)


(vovworld) ຕອນ​ເຊົ້າ​ວັນ​ທີ 23/11, ຢູ່​ນະຄອນຫລວງ ວຽງ​ຈັນ, ລາວ, ​​ໄດ້ໄຂກອງ​ປະຊຸມ​ສຳ​ມະ​ນາ “ບົດຮຽນ​ຂອງ​ນັກ​ຂ່າວ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ການ​ສື່ຂ່າວ​ບັນດາ​ເຫດການ​ວັດ​ທະນະ​ທຳ​ໃຫຍ່”. ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​​ ເພື່ອ​ສື່​ມວນ​ຊົນ​ເວົ້າ​ສະ​ເພາະ​ກໍ​ຄື​ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ ​ເວົ້າ​ລວມສາມາດ​ເຂົ້າ​ໃຈ, ​ເຊື່ອມ​ໂຍງ​ກັນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວັດທະນະທຳ ​ໃນ​ສະພາວະ​ປະຊາ​ຄົມ ອາ​ຊຽນ ​ໃກ້​ຈະ​ຮັບ​ການສ​້າງຕັ້ງ.​ ກອງ​ປະຊຸມ​ດຳ​ເນີນ​ເປັນ​ເວລາ 4 ວັນ, ນັກ​ຂ່າວ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ຮັບ​ຟັງ​ບັນດາ​ນັກ​ຂ່າວ​ ລາວ ​ແລກປ່ຽນ​ບົດຮຽນ, ​ແນະນຳ​ວັດທະນະທຳ, ການທ່ອງ​ທ່ຽວ, ຮີດຄອງ​ປະ​ເພນີ, ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ລາວ. ບັນດາ​ນັກ​ຂ່າວ ອາ​ຊຽນ ກໍ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຂຽນ​ຂ່າວ, ຂຽນ​ບົດ.

 


ຂ່າວ/ບົດ​ອື່ນ