ແບ່ງປັນຜົນປະໂຫຍດ ເພື່ອຮັບມືກັບຝັ່ງທະເລເຊາະເຈື່ອນ ແລະ ນ້ຳທະເລຊຶມເຂົ້າ

(VOVWORLD) - ກອງປະຊຸມສຳມະນາສາກົນຄັ້ງທີ 10 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບເຕັກນິກທາງທະເລ (APAC - 2019) ໄດ້ໄຂຂຶ້ນ ແລະ ໄດ້ຈັດກອງປະຊຸມຄົບຄະນະໃນວັນທີ 26 ກັນຍາ ຢູ່ ຮ່າໂນ້ຍ. ເຫດການດັ່ງກ່າວ ໂດຍມະຫາວິທະຍາໄລຊົນລະປະທານເປັນເຈົ້າພາບຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ຜູ້ແທນຕ່າງປະເທດກ່ວາ 300 ຄົນທີ່ມາຈາກ 18 ປະເທດ ແລະ ເຂດແຄ້ວນ.

ຜ່ານການປຶກສາຫາລື, ຜູ້ແທນຫລາຍທ່ານໄດ້ຖືວ່າ: ຫວຽດນາມ ມີຝັ່ງທະເລຍາວ ແລະ ແມ່ນ້ຳລຳເຊຫລາຍສາຍ ດັ່ງນັ້ນ ຕ້ອງຮັບມືຕໍ່ບັນດາບັນຫາສຳຄັນທີ່ກ່ຽວຂ້ອງເຖິງການຄຸ້ມຄອງແຄມຝັ່ງທະເລ ແລະ ປາກແມ່ນ້ຳຄືຫລາຍປະເທດອື່ນຢູ່ໃນພາກພື້ນ ອາຊີ - ປາຊີຟິກ.

ແບ່ງປັນຜົນປະໂຫຍດ ເພື່ອຮັບມືກັບຝັ່ງທະເລເຊາະເຈື່ອນ ແລະ ນ້ຳທະເລຊຶມເຂົ້າ - ảnh 1ກອງປະຊຸມສຳມະນາສາກົນຄັ້ງທີ 10 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບເຕັກນິກທາງທະເລ (APAC - 2019) 

        ສາດສະດາຈານ ຫງວຽນວັນແທັງເວິນ, ສັງກັດມະຫາວິທະຍາໄລ McGill, ປະເທດ ການາດາ ໃຫ້ຮູ້ວ່າ: ການເຊາະເຈື່ອນຂອງຝັ່ງທະເລ ບໍ່ພຽງແຕ່ແມ່ນບັນຫາທີ່ເກີດຂຶ້ນຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງເກີດຂຶ້ນຢູ່ຫລາຍປະເທດໃນໂລກອີກດ້ວຍ. ນີ້ແມ່ນບັນຫາຮ້າຍແຮງທີ່ສຸດ ແລະ ກໍ່ຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

        “ພວກເຮົາຕ້ອງປະເຊີນໜ້າກັບທຳມະຊາດ, ພວກເຮົາຕ້ອງດຳລົງຊີວິດຢູ່ຮ່ວມກັບທຳມະຊາດ ແລະ ພວກເຮົາບໍ່ສາມາດຮູ້ໄດ້ວ່າ ຍາມໃດຈະເກີດການປ່ຽນແປງຂອງດິນຟ້າອາກາດ, ການປ່ຽນແປງຂອງດິນຟ້າອາກາດຈະເກີດຂຶ້ນຄືແນວໃດ ດັ່ງນັ້ນ ພວກເຮົາຕ້ອງມີບັນດາມາດຕະການ. ທີໜຶ່ງແມ່ນມາດຕະການວັດແທກ, ທີສອງແມ່ນມາດຕະການກ່ຽວກັບການຄຳນວນ ເພື່ອຍົກອອກບັນດາຮູບການທີ່ສາມາດຄາດຄະເນໄດ້, ເບິ່ງລະດັບເຊາະເຈື່ອນ ແລະ ລະດັບການປ່ຽນແປງຂອງດິນຟ້າອາກາດຄືແນວໃດ ເພື່ອໃຫ້ພວກເຮົາສາມາດຮັບມືຕໍ່ບັນຫານັ້ນ ແລະ ດຳລົງຊີວິດໃຫ້ແທດເໝາະ.

        ດ້ວຍຫົວຂໍ້ວ່າ “ດຳລົງຊີວິດຮ່ວມກັບທຳມະຊາດ, ຮັບມືກັບບັນດາການປ່ຽນແປງຂອງເຂດຝັ່ງທະເລ”, ກອງປະຊຸມສຳມະນາສາກົນຄັ້ງທີ 10 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບເຕັກນິກທາງທະເລ (APAC 2019) ຈະດຳເນີນຈົນຮອດວັນທີ 28 ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ