ແບນຊິກ ຈະມີບັນດາໂຄງການໜູນຊ່ວຍ ຫວຽດນາມ ລ້າງທາດພິດສີສົ້ມໃນໄວໆນີ້

(VOVWORLD) - ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ ແບນຊິກ; ຊົມເຊີຍລັດຖະສະພາ ແບນຊິກ ທີ່ໄດ້ຮັບຮອງເອົາມະຕິສະໜັບສະໜູນຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ
ແບນຊິກ ຈະມີບັນດາໂຄງການໜູນຊ່ວຍ ຫວຽດນາມ ລ້າງທາດພິດສີສົ້ມໃນໄວໆນີ້ - ảnh 1ແບນຊິກ ຈະມີບັນດາໂຄງການໜູນຊ່ວຍ ຫວຽດນາມ ລ້າງທາດພິດສີສົ້ມ
(ພາບປະກອບ: TTXVN)

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ແບນຊິກ, ແຕ່ວັນທີ 31 ມັງກອນ ຫາວັນທີ 01 ກຸມພາ, ຢູ່ນະຄອນ ບຣຸກແຊນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ດຳເນີນການພົບປະເຈລະຈາກັບທ່ານປະທານສະພາສູງ ແບນຊິກ Stephanie D’Hose.

        ທີ່ການພົບປະເຈລະຈາກັບການນຳສະພາແຫ່ງຊາດ ແບນຊິກ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ ແບນຊິກ; ຊົມເຊີຍລັດຖະສະພາ ແບນຊິກ ທີ່ໄດ້ຮັບຮອງເອົາມະຕິສະໜັບສະໜູນຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ, ສະແດງໃຫ້ເຫັນການສະໜັບສະໜູນ ແລະ ການໜູນຊ່ວຍຂອງ ແບນຊິກ ສຳລັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ. ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ລັດຖະສະ ແບນຊິກ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA) ໂດຍໄວ ເພື່ອຫັນບັນດາຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດລົງທຶນຢ່າງສຸດຂີດ; ຊຸກຍູ້ຄະນະກຳມະການ ເອີລົບ (ອີຊີ) ຍົກເລີກບັດເຫຼືອງ IUU ໂດຍໄວ.

        ສ່ວນທ່ານປະທານສະພາສູງ ແບນຊິກ Stephanie D’Hose ໄດ້ເຫັນດີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ແບນຊິກ ໂດຍໄວ; ຊົມເຊີຍການຮ່ວມມືລະຫວ່າງລັດຖະສະພາ ແບນຊິກ ແລະ ສະພາແຫ່ງຊາດ ຫວຽດນາມ ຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ. ທ່ານຢືນຢັນວ່າ, ລັດຖະສະພາ ແບນຊິກ ຈະສ້າງບັນດາໂຄງການໜູນຊ່ວຍ ຫວຽດນາມ ລ້າງທາດພິດສີສົ້ມ, ສະໜັບສະໜູນລັດຖະສະພາ ເອີລົບ ສ້າງມະຕິ ແລະ ມີການກະທຳໜູນຊ່ວຍ ຫວຽດນາມ ໂດຍໄວ.

        ຕໍ່ຈາກນັ້ນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ກໍ່ໄດ້ພົບປະເຈລະຈາກັບປະທານລັດສະພາຕ່ຳ ແບນຊິກ; ພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດ, ບັນດາບັນຫາ ເອີລົບ, ການຄ້າຕ່າງປະເທດ ແລະ ອົງການວັດທະນະທຳ ແບນຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ