ແບນ​ຊິກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ມອບ​ເຮືອ​ບິນ F-16 ຈຳ​ນວນ 30 ຄັນ ໃຫ້​ແກ່ ຢູ​ແກຼນ ນັບ​ແຕ່​ນີ້​ຮອດ​ປີ 2028

(VOVWORLD) - ຂໍ້ຕົກລົງຄວາມໝັ້ນຄົງສອງຝ່າຍ  ຍັງລວມມີຈຳນວນເງິນ ຢ່າງໜ້ອຍສຸດ 977 ລ້ານເອີໂຣ (1,06 ຕື້ USD) ເພື່ອໜູນຊ່ວຍດ້ານການທະຫານຂອງ ແບນຊິກ ໃຫ້ແກ່ ຢູແກຼນ ໃນປີ 2024, ນອກຈາກຄຳໝັ້ນສັນຍາໜູນຊ່ວຍໃນ 10 ປີ ຈະມາເຖິງ.
ແບນ​ຊິກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ມອບ​ເຮືອ​ບິນ F-16  ຈຳ​ນວນ 30 ຄັນ ໃຫ້​ແກ່ ຢູ​ແກຼນ ນັບ​ແຕ່​ນີ້​ຮອດ​ປີ 2028 - ảnh 1ເຮືອບິນ F-16  (ພາບເອກະສານ: AFP/TTXVN)

ຄຳໝັ້ນສັນຍາ ມອບເຮືອບິນ F-16  ຈຳນວນ 30 ຄັນ ໃຫ້ແກ່ ຢູແກຼນ ນັບແຕ່ນີ້ຮອດປີ 2028 ແມ່ນນອນໃນຂອບເຂດຂໍ້ຕົກລົງຄວາມໝັ້ນຄົງສອງຝ່າຍ ແລະ ໜູນຊ່ວຍຍາວນານ ໂດຍທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  ລົງນາມໃນວັນທີ 28 ພຶດສະພາ ຢູ່ ບຣຸກແຊນ, ປະເທດ ແບນຊິກ, ເນື່ອງໃນໂອກາດທ່ານ Zelensky ຢ້ຽມຢາມ ແບນຊິກ. ນີ້ແມ່ນຂໍ້ຕົກລົງສະບັບຫຼ້າສຸດໃນຈຳນວນຂໍ້ຕົກລົງທີ່ຄ້າຍຄືກັນລະຫວ່າງ ຢູແກຼນ ກັບບັນດາປະເທດພັນທະມິດຝ່າຍຕາເວັນຕົກ.

        ຕາມທ່ານ Zelensky ແລ້ວ, ຂໍ້ຕົກລົງຄວາມໝັ້ນຄົງສອງຝ່າຍ  ຍັງລວມມີຈຳນວນເງິນ ຢ່າງໜ້ອຍສຸດ 977 ລ້ານເອີໂຣ (1,06 ຕື້ USD) ເພື່ອໜູນຊ່ວຍດ້ານການທະຫານຂອງ ແບນຊິກ ໃຫ້ແກ່ ຢູແກຼນ ໃນປີ 2024, ນອກຈາກຄຳໝັ້ນສັນຍາໜູນຊ່ວຍໃນ 10 ປີ ຈະມາເຖິງ. ກ່ອນໜ້ານັ້ນ, ແບນຊິກ ໄດ້ໃຫ້ຄຳໝັ້ນສັນຍາສະໜອງເຮືອບິນ F-16 ໃຫ້ແກ່ ຢູແກຼນ ໃນຂອບເຂດຂໍ້ລິເລີ່ມທີ່ກວ້າງກວ່າຂອງບັນດາປະເທດເອີຣົບ. ເປັນອັນວ່າ: ແບນຊິກ ໄດ້ໃຫ້ຄຳໝັ້ນສັນຍາ ເພື່ອໜູນຊ່ວຍການທະຫານໃຫ້ແກ່ ຢູແກຼນ ນັບແຕ່ປີ 2022 ເປັນຕົ້ນມາ ລວມທັງໝົດ 1,2 ຕື້ ເອີໂຣ (1,3 ຕື້ USD).


ຕອບກັບ

ຂ່າວ/ບົດ​ອື່ນ