ແບນຊິກກ່າວເຕືອນບັນດາມືປືນສືບຕໍ່ເຂົ້າເອີລົບ

ແບນຊິກກ່າວເຕືອນບັນດາມືປືນສືບຕໍ່ເຂົ້າເອີລົບ - ảnh 1
ອົງການ “ລັດ​ອິດສະ​ລາມ“ (IS)
(ພາບ: AP)

(vovworld) - ວັນ​ທີ 15/6, ຕຳຫຼວດ​ ແບນ​ຊິກ​ໄດ້​ຮັບ​ຄຳ​ກ່າວ​ເຕືອນ​ຈາກ​ສູນ​ຕ້ານ​ກໍ່​ການ​ຮ້າຍ​ຂອງ​ປະ​ເທດ​ນີ້​ກ່ຽວ​ກັບ​ເລື່ອງ​ມີມື​ປືນ​ກຸ່ມ​ໜຶ່ງ​ທີ່​ຂຶ້ນ​ກັບ​ອົງການ “ລັດ​ອິດສະ​ລາມ“ (IS) ຫາ​ກໍ່​ອອກ​ຈາກ ຊີຣີ ​ເພື່ອ​ເຂົ້າ ​ເອີ​ລົບ, ​ ​ແນ​ໃສ່​ວາງ​ແຜນການ​ບຸກ​ໂຈມ​ຕີ​ຢູ່​ແບນ​ຊິກ ​ແລະ ຝລັ່ງ. ຄຳ​ກ່າວ​ເຕືອນ​ດັ່ງກ່າວ​ໄດ້​ຖືກ​ສົ່ງ​ເຖິງ​ກຳລັງ​ຕຳຫຼວດ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ​ແບບ​ຊິກ, ​ແຕ່​ປະຈຸ​ບັນ​ປະ​ເທດ​ນີ້​ຍັງ​ບໍ່​ທັນ​ມີ​ແຜນການ​ຍົກ​ລະດັບ​ເຕືອນ​ໄພ​ປ້ອງ​ກັນ​ຄວາມ​ສະຫງົບ​ຂຶ້ນ​ລະດັບ​ສູງ​ສຸດ. ຄຳ​ກ່າວ​ເຕືອນ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ, ພາຍຫຼັງ​ທີ່​ມື​ປືນ​ຜູ້​ໜຶ່ງ​ສາ​ບານ​ຕົວ​ຈົ່ງ​ຮັກ​ພັກດີ​ກັບ IS ​ເຂັ່ນຂ້າ​ຄູ່ຜົວ​ເມຍ​ນາຍ​ຕຳຫຼວດ ຝລັ່ງ​ໃນ​ເຮືອນ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ ​ຢູ່​ຊານ​ນະຄອນຫຼວງ ປາຣີ 2 ວັນ ​ແລະ ພາຍ​ຫຼັງ​ເຫດ​ຍິງ​ປືນ​ທີ່​ຮ້າຍ​ແຮງ​ຢູ່​ຮ້ານ​ບັນ​ເທີ​ງຂອງ​ຄົນ​ກະ​ເທີຍ​ໃນ​ນະຄອນ Orlando, ຂຶ້ນ​ກັບ​ລັດ Florida, ອາ​ເມ​ລິ​ກາ 4 ວັນ, ​ເຊິ່ງ IS ຖະ​ແຫຼ​ງວ່າ​ຕົວ​ການ​ແມ່ນ​ພາ​ກສ່ວນ​ຈົ່ງ​ຮັກ​ພັກດີ​ຂອງ​ອົງການ​ນີ້.

ຂ່າວ/ບົດ​ອື່ນ