ແບນຊິກຈັບຕົວຜູ້ຖືກສົງໄສທີ່9ໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງ

ແບນຊິກຈັບຕົວຜູ້ຖືກສົງໄສທີ່9ໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) -​ ​ວັນ​ທີ 24/12, ບັນ​ດາ​ໄອ​ຍະ​ການ​ແບນ​ຊິກ ໃຫ້​ຮູ້​ວ່າ, ຕຳ​ຫຼວດປະ​ເທດນີ້​ໄດ້​​ພົບ​ເ​ຫັນ ແລະ ຈັບ​ຕົວ​​ຊາຍຄົນ​ໜຶ່ງທີ່​ຖືກ​ສົງ​ໄສວ່​າ ມີ​ສ່ວນ​ກ່ຽວ​ຂ້ອ​ງ​ເຖິງ​ການບ​ຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ທີ່ຮ້າຍ​ແຮງ​ຢູ່​ນະ​ຄອນ​ຫຼວງ​ປາ​​ຣີ, ປະ​ເທດ​ຝ​ລັ່ງ ໃນ​ຄ່ຳ​ຄືນ​ວັ​​ນ​ທີ 13/11. ​ເປັນ​ອັ​ນ​ວ່າ ມາຮອດ​ປະ​ຈຸ​ບັນ, ​ແບນ​ຊິກ ​ການຈັບ​ຕົວ​​ຜູ້ຖືກ​ສົງ​ໄສທີ່ 9 ​ມີ​ສ່ວນກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ເຫດກໍ່​ການ​ຮ້າຍນີ້. ຕ​ຳ​ຫຼວດ​ແບນ​ຊິກ​ ໃຫ້​ຮູ້​ວ່າ, ໄດ້​ຈັບ​ຕົວ​​ຖືກ​​ດຳ​ເນີນ​ຢູ່​​ນະ​ຄອນ​ຫຼວງ Brussel ໃນ​ວັນ​ທີ 22/12. ຜູ້​ຖືກ​ສົງ​ໄສ​ຖື​ສັນ​ຊາ​ດ​ແບນ​ຊິກ, ມີ​ຊື່​ວ່າ Abdoullah C, ອາ​ຍຸ 30 ປີ. ຕາມ​ບັນ​ດາ​ນັກໄອ​ຍະ​ການ​ແບນ​ຊິກ​ແລ້ວ, ​ຜູ້ນີ້​ຖືກ​ສົງ​ໄສ​​ວ່າໄດ້​ຕິດ​ຕໍ່ພົວ​ພັນກັບ Hasna Ait Boulahcen, ​ເຊິ່ງເປັນອ້າຍ​ນ້ອງ​ຮ່ວມ​ຕະ​ກຸນ​ດຽວ​ກັບ Abdenhamid Abbaoud, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເປົ້າ​ໝາຍ​​ຕົ້ນ​ຕໍ​ໃນ​ເຫດ​​ກໍ່​ການ​ຮ້າຍ​ປາ​ຣີ. ປະ​ຈຸ​ບັນ, ຕຳ​ຫຼວດ​ແບນ​ຊິກ ​ຍັງ​ຄົງ​ສືບ​ຕໍ່ຊອກ​ຈັບ Abdeslam, ອາ​ຍຸ 26 ປີ, ເຊິ່ງ​ແມ່ນ​ເປົ້າ​ໝາຍ​ຖືກ​ສົງ​ໄສວ່າ ໄດ້​ກັບ​ຄືນແບນ​ຊິກ ພາຍ​ຫຼັງ​​ດຳ​ເນີນ​ການ​ບຸກ​ໂຈມ​ຕີຫຼາຍ​ຄັ້ງ​ໃນ​ຄ່ຳ​ຄືນ​ວັນ​ທີ 13/11 ຢູ່​ປາ​ຣີ.

ຂ່າວ/ບົດ​ອື່ນ