ແຜ່​ກະ​ຈ​າຍຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ປະ​ຫວັ​ດ​ສາດ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ​ຊາດ ຫວຽດ​ນາມ ຢູ່ ສະ​ວິດ

(VOVWORLD) -  ວັນທີ 18 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ Bern ໄດ້ຈັດພິທີສະເຫຼີມສະຫຼອງ 79 ປີ ແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ. ເຂົ້າຮ່ວມພິທີ ມີທ່ານເອກອັກຄະລັດຖະທູດ ມານຟານຢຸງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ເຊີແນວ, ຄະນະບໍລິຫານງານ ສະມາຄົມ ຊາວ ຫວຽດນາມ ອາໄສຢູ່ ສະວິດ, ສະມາຄົມມິດຕະພາບສະວິດ - ຫວຽດນາມ, ພ້ອມດ້ວຍແຂກຖືກເຊີນເກືອບ 500 ຄົນ ເຊິ່ງເປັນຊາວ ຫວຽດນາມ ແລະ ເພື່ອນມິດສາກົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກ ແລະ ຮ່ຳຮຽນຢູ່ ສະວິດ.
ແຜ່​ກະ​ຈ​າຍຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ປະ​ຫວັ​ດ​ສາດ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ​ຊາດ ຫວຽດ​ນາມ ຢູ່ ສະ​ວິດ - ảnh 1                                                     ພິທີເຄົາລົບທຸງ (ພາບ: TTXVN)

  ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ຟຸ່ງເຖລອງ ໄດ້ຍົກໃຫ້ເຫັນແແຈ້ງເຖິງຄວາມໝາຍຂອງການປະຕິວັດເດືອນສິງຫາ 1945 ໂດຍພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮຈີມິງ ນຳພາ, ບົດຖະແຫຼງການປະກາດເອກະລາດໂດຍປະທານ ໂຮ່ຈີມິນ ປະກາດໃນວັນທີ 2 ກັນຍາ  1945, ສະຖາປະນາປະເທດ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ, ເຊິ່ງປັດຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຖັດຈາກນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການບ້ານເມືອງໃນຊຸມເດືອນຕົ້ນປີ 2024, ພ້ອມທັງເຜີຍໃຫ້ຮູ້ວ່າ ລັດຖະບານສືບຕໍ່ຍູ້ແຮງ 3 ບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ, ໂຄງປະກອບພື້ນຖານໂຄງລ່າງ, ພິເສດແມ່ນພື້ນຖານໂຄງລ່າງທາງຄົມມະນາຄົມ, ໂຄງລ່າງດີຈີຕອນ, ໂຄງລ່າງສີຂຽວ ແລະ ແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ສຳລັບບັນດາຂະແໜງ, ຂົງເຂດຫາກໍ່ພົ້ນເດັ່ນ. ທ່ານເອກອັກຄະລັດຖະທູດ ກໍແຈ້ງໃຫ້ຊາບກ່ຽວກັບບັນດາແງ່ຫວັງການຮ່ວມມືທີ່ນັບມື້ນັບດີງາມ ແລະ ມີປະສິດທິຜົນລະຫວ່າງສອງປະເທດ ຫວຽດນາມ ແລະ ສະວິດ.  ນັບແຕ່ຕົ້ນປີມາຮອດປັດຈຸບັນ ໄດ້ດຳເນີນການພົບຂັ້ນສູງ, ກິດຈະກຳສົ່ງເສີມການຄ້າ, ການລົງທຶນລະຫວ່າງສອງປະເທດ.

        ເຫດການປີນີ້, ປະກອບສ່ວນຜູກພັນການພົວພັນ ຫວຽດນາມ ກັບບັນດາເພື່ອນມິດ ສະວິດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ແລະ ຄວາມຮູ້ສຶກຢ່າງເລິກເຊິ່ງກວ່າກ່ຽວກັບການປະຕິວັດທີ່ສະຫງ່າອົງອາດເພື່ອຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບຂອງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ