ແຜ່ກະຈາຍນ້ຳໃຈບໍລິຈາກເລືອດໂດຍສະໝັກໃຈ ຈາກວັນບຸນບໍລິຈາກເລືອດ

(VOVWORLD) - ຄະນະຊີ້ນຳກ່ຽວກັບການຂົນຂວາຍບໍລິຈາກເລືອດໂດຍສະໝັກໃຈ ແລະ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ບັນດາແຂວງ, ນະຄອນຈັດຂຶ້ນໃນທົ່ວປະເທດ
ແຜ່ກະຈາຍນ້ຳໃຈບໍລິຈາກເລືອດໂດຍສະໝັກໃຈ ຈາກວັນບຸນບໍລິຈາກເລືອດ - ảnh 1ໄວໜຸ່ມເຂົ້າຮ່ວມການບໍລິຈາກເລືອດ

ວັນທີ 18 ທັນວາ, ພິທີໄຂວັນບຸນບໍລິຈາກເລືອດຄັ້ງທີ XV ຈັດຂຶ້ນຢູ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ. ລາຍການບໍລິຈາກເລືອດໃນວັນບຸນຄັ້ງທີ XV ໂດຍໜັງສືພິມ ຕ່ຽນຟອງ ເປັນເຈົ້າພາບຈັດຕັ້ງ, ສົມທົບກັບຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ, ສະຖາບັນ ເລືອດ - ສົ່ງເລືອດສູນກາງ, ຄະນະຊີ້ນຳກ່ຽວກັບການຂົນຂວາຍບໍລິຈາກເລືອດໂດຍສະໝັກໃຈ ແລະ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ບັນດາແຂວງ, ນະຄອນຈັດຂຶ້ນໃນທົ່ວປະເທດ.

        ລາຍການນີ້ໄດ້ຈັດຂຶ້ນຢູ່ 40 ແຂວງ, ນະຄອນເປັນເວລາ 4 ເດືອນ (ເດືອນພະຈິກ 2022 - ເດືອນ ກຸມພາ 2023) ແລະ ຄາດວ່າຈະໄດ້ຮັບເລືອດແຕ່ 45.000 – 50.000 ຖົງ, ເພື່ອແນໃສ່ປະກອບສ່ວນແກ້ໄຂສະພາບການຂາດເລືອດຢ່າງຮ້າຍແຮງໃນການປິ່ນປົ່ວໃນໂຮງໝໍແຫ່ງຕ່າງໆໃນໄລຍະກ່ອນຈະຮອດບຸນເຕັດ, ໃນບຸນເຕັດ ແລະ ຫຼັງບຸນເຕັດປີເມວ 2023. ໄລ່ຮອດວັນທີ 17 ທັນວາ 2022, ວັນບຸນບໍລິຈາກເລືອດຄັ້ງທີ XV ໄດ້ຈັດຂຶ້ນຢູ່ 7 ແຂວງ, ນະຄອນ ດ້ວຍສະຖານທີ່ບໍລິຈາກເລືອດ 15 ແຫ່ງ. ຈຳນວນເລືອດໄດ້ຮັບແມ່ນຫຼາຍກ່ວາ 8.000 ຖົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ