ແຜ່​ກະ​ຈາຍ​ພາບ​ພົດ​ຂອງວັດ​ທະ​ນະ​ທຳ, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ດ້ວຍ​ຫຼາຍ​ພາ​ຫະ​ນະສື່ມວນ​ຊົນ

(VOVWORLD) - ວຽກງານຖະແຫຼງຂ່າວການຕ່າງປະເທດໃນໄລຍະຜ່ານມາໄດ້ຊ່ວຍຍົກສູງຖານະບົດບາດ ແລະ ອິດທິພົນຊື່ສຽງບົນເວທີສາກົນຂອງ ຫວຽດນາມ ຢ່າງບໍ່ຢຸດຢັ້ງ. 
ແຜ່​ກະ​ຈາຍ​ພາບ​ພົດ​ຂອງວັດ​ທະ​ນະ​ທຳ, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ດ້ວຍ​ຫຼາຍ​ພາ​ຫະ​ນະສື່ມວນ​ຊົນ - ảnh 1ທ່ານ ຫງວຽນຈ້ອງເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ນີ້ແມ່ນການຢັ້ງຢືນຂອງທ່ານ ຫງວຽນຈ້ອງເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດ, ຢູ່ກອງປະຊຸມສະຫຼຸບເບື້ອງຕົນວຽກງານຂອງຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດທີ່ໄດ້ດຳເນີນໃນວັນທີ 17 ກໍລະກົດ ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈ້ອງເຫງ້ຍສະເໜີວ່າ:

ພວກເຮົາຕ້ອງສຸມໃສ່ຖະແຫຼງຂ່າວກ່ຽວກັບພາບພົດຂອງວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ, ບັນດາຜົນສຳເລັດຂອງ ຫວຽດນາມ ໄປສູ່ປະຊາຄົມໂລກ. ລັກສະນະເປັນມືອາຊີບໃນການໂຄສະນາຕ້ອງໄດ້ຮັບການຍົກສູງຂຶ້ນ, ເປັນທັນສະໄໝ, ມີປະສິດທິຜົນ ແລະ ຕິດແທດຕົວຈິງກ່ວາເກົ່າ. ຖານະບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມ ຕ້ອງໄດ້ຮັບການໂຄສະນາກ່ຽວກັບເສດຖະກິດ, ວັດທະນະທຳ ແລະ ສັງຄົມດ້ວຍຫຼາຍຊ່ອງທາງສື່ສານ ແລະ ຢ່າງແຮງກ່ວາອີກ, ຮອບດ້ານກ່ວາອີກ …

ຕອບກັບ

ຂ່າວ/ບົດ​ອື່ນ