ແຜ່ຂະຫຍາຍຈິດໃຈ “ການຮ່ຳຮຽນບໍ່ມີຍາມສິ້ນສຸດ”

(VOVWORLD) -  ຍິ່ງກວ່າເວລາໃດໝົດ ແຕ່ລະຄົນຕ້ອງເປັນເຈົ້າການຍົກສູງລະດັບຄວາມຮູ້, ຍູ້ແຮງການປະດິດຄິດສ້າງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ
ແຜ່ຂະຫຍາຍຈິດໃຈ “ການຮ່ຳຮຽນບໍ່ມີຍາມສິ້ນສຸດ” - ảnh 1ທີ່ພິທີມອບທຶນສຶກສາ
(ພາບ: VGP)

        ວັນທີ 12 ກໍລະກົດ, ຢູ່ ຮ່າໂນ້ຍ, ສູນກາງສະມາຄົມສົ່ງເສີມການຮຽນ ຫວຽດນາມ ໄດ້ຈັດພິທີມອບທຶນສຶກສາ “ການຮ່ຳຮຽນບໍ່ມີຍາມສິ້ນສຸດ” ຄັ້ງທີ 4. ມີ 463 ສ່ວນບຸກຄົນໄດ້ຮັບທຶນສຶກສາປີນີ້ ເຊິ່ງໄດ້ຄັດເລືອກຈາກ 25 ແຂວງ, ນະຄອນເຂດພູດອຍທາງພາກເໜືອ ຫວຽດນາມ, ເຂດທົ່ງພຽງແມ່ນ້ຳແດງ ແລະ 14 ອົງການ, ສຳນັກງານຂັ້ນສູນກາງ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັ່ງລອງ ເນັ້ນໜັກວ່າ, ໃນເງື່ອນໄຂຍູ້ແຮງພາລະກິດສ້າງສາປະເທດຊາດ ດ້ວຍຜົນສະທ້ອນຢ່າງແຮງຂອງການປະຕິວັດອຸດສາຫະກຳ 4.0, ຍິ່ງກວ່າເວລາໃດໝົດ ແຕ່ລະຄົນຕ້ອງເປັນເຈົ້າການຍົກສູງລະດັບຄວາມຮູ້, ຍູ້ແຮງການປະດິດຄິດສ້າງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຮັມມືກັບສະພາບການໃໝ່ທີ່ເຕັມໄປດ້ວຍສິ່ງທ້າທາຍ. ທ່ານຮອງນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ເລື່ອງສືບຕໍ່ມອບທຶນສຶກສານີ້ຈະຊຸກຍູ້ທົ່ວປວງຊົນແຂ່ງຂັນຮ່ຳຮຽນ, ປະກອບສ່ວນສ້າງສັງຄົມຮ່ຳຮຽນໃຫ້ສຳເລັດ, ນຳປະເທດຊາດພັດທະນາດ້ວຍຄວາມຮູ້ ແລະ ການປະດິດຄິດສ້າງຂອງປະຊາຊົນ ຫວຽດນາມ ໝົດທຸກຄົນໃນສະໄໝໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ