ແຜ່​ຂະ​ຫຍາຍ​ຈິດ​ໃຈ ຮັກແພງຊ່ວຍເຫຼືອກັນ ຢູ່​ເຂດ​ໃຈ​ກາງ​ເກີດ​ໂລກ​ລະ​ບາດ

(VOVWORLD) - ໂຄງການດັ່ງກ່າວເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງ “ບໍ່ປະໃຫ້ຜູ້ໃດຖືກຕົກຂ້າງຢູ່ທາງຫຼັງ” ຂອງນາຍົກລັດຖະມົນຕີ ແລະ ຊ່ວຍເຫຼືອບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກທີ່ຮັບຜົນກະທົບຈາກໂລກລະບາດ Covid – 19.
ແຜ່​ຂະ​ຫຍາຍ​ຈິດ​ໃຈ ຮັກແພງຊ່ວຍເຫຼືອກັນ ຢູ່​ເຂດ​ໃຈ​ກາງ​ເກີດ​ໂລກ​ລະ​ບາດ - ảnh 1 ສະຖານທີ່ແຈກຢາຍເຂົ້າຂອງໂຄງການ (ພາບ: TTXVN)

ໃນຊຸມວັນທີ່ຜ່ານມາ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ສົມທົບກັບບັນດາໜ່ວຍງານສືບຕໍ່ຜັນຂະຫຍາຍໂຄງການ “ລ້ານຄາບເຂົ້າ” ດ້ວຍສານທີ່ວ່າ “ມອບຄາບເຂົ້າ - ມອບຄວາມເຊື່ອໝັ້ນ”, ເພື່ອໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກພວມຮັບຜົນກະທົບຈາກໂລກລະບາດ Covid – 19 ຢູ່ນະຄອນດ່ານັ້ງ ແລະ ແຂວງກ໋ວາງນາມ. ມີ ປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ຄົນທຸກຍາກ, ຄົນພິການ…ນັບພັນຄົນຢູ່ດ່ານັ້ງ, ກ໋ວາງນາມທີ່ຮັບຜົນກະທົບຈາກໂລກລະບາດ Covid – 19 ໄດ້ຮັບການໜູນຊ່ວຍ.

ໂຄງການດັ່ງກ່າວເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງ “ບໍ່ປະໃຫ້ຜູ້ໃດຖືກຕົກຂ້າງຢູ່ທາງຫຼັງ” ຂອງນາຍົກລັດຖະມົນຕີ ແລະ ຊ່ວຍເຫຼືອບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກທີ່ຮັບຜົນກະທົບຈາກໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ