ແຜ່​ຂະ​ຫຍາຍ​ວັດ​ທະ​ນະ​ທຳ ຫວຽດ​ນາມ​ ແລະ ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ພັດ​ທະ​ນາ​ “ເພື່ອ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ທີ່​ເຂັ້ມ​ແຂງກວ່າ”

(VOVWORLD) -ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ຈະດຳເນີນໃນຕອນຄໍ່່າວັນທີ 12 ພຶດສະພາ ຢູ່ຮ່າໂນ້ຍ. ລາຍການສະແດງສິລະປະໃນພິທີໄຂຊີເກມ 31 ຈະແມ່ນເຫດການທີ່ນຳເອົາຮູບພາບທີ່ສວຍງາມທາງດ້ານວັດທະນະທຳ, ຮີດຄອງປະເພນີ, ຊາວ ຫວຽດນາມ ມາໃຫ້ເພື່ອນມິດທາງັຢູ່ພາຍໃນປະເທດ ແລະ ສາກົນ; ພ້ອມທັງສົ່ງສານຂອງ ຊີເກມ 31 ທີ່ວ່າ “ເພື່ອອາຊີຕາເວັນອອກສ່ຽງໃຕ້ ທີ່ເຂັ້ມແຂງກວ່າ” ສູ່ຜູ້ຊົມຜູ້ເຊີຍຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ.
ແຜ່​ຂະ​ຫຍາຍ​ວັດ​ທະ​ນະ​ທຳ ຫວຽດ​ນາມ​ ແລະ ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ພັດ​ທະ​ນາ​ “ເພື່ອ​ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ທີ່​ເຂັ້ມ​ແຂງກວ່າ” - ảnh 1ທຸງຊາດບັນດາປະເທດທີ່ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 31 (ພາບ: TTXVN)

ລາຍການດັ່ງກ່າວລວມມີ 3 ພາກ: ພາກທີ I ແມ່ນ “ຫວຽດນາມ ມາໄມຕິດຈິດ” ດ້ວຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ ຫວຽດນາມ ທີ່ຮັກແພງແຂກຄົນ, ເປັນມິດສະໜິດສະໜົມກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ; ພາກທີ II ມີຊື່ວ່າ “ອາຊີຕາເວັນອອກສ່ຽງໃຕ້ ທີ່ເຂັ້ມແຂງກວ່າ”, ໂດຍສະແດງໃຫ້ເຫັນກຳລັງແຮງຂອງປະຊາຄົມບັນດາປະເທດ ອາຊຽນ ໃນຂະນະທີ່ຮ່ວມສຳພັນນຳກັນຈະສ້າງເປັນທີ່ຕັ້ງໃນແຜນທີ່ໂລກ; ພາກທີ III ມີຫົວຂໍ້ “ອາຊີຕາເວັນອອກສ່ຽງໃຕ້ ສ່ອງແສງສະຫວ່າງ”, ໂດຍສະແດງໃຫ້ເຫັນກຳລັງແຮງແຫ່ງຄວາມສາມັກຄີ, ນ້ຳໃຈໄມຕີຈິດມິດຕະພາບຂອງ ຫວຽດນາມ ແລະ ບັນດາປະເທດໃນກຸ່ມ ອາຊຽນ ພ້ອມກັນສາມັກຄີສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງ, ເຂັ້ມແຂງ, ເສີມຂະຫຍາຍບົດບາດ ອາຊຽນ ໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ