ແຜ່​ຂະ​ຫຍາ​ຍ​ວັນ​ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ

(VOVWORLD) -ເນື່ອງໃນໂອກາດນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດເວທີເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2023 ດ້ວຍຫົວຂໍ້ “ຢັ້ງຢືນເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ສີຂຽວ”. 

ວັນທີ 20 ເມສາ ແມ່ນວັນເຄື່ອງໝາຍການຄ້າ ຫວຽດນາມ. ໂດຍຜ່ານໄລຍະ 15 ປີ, ວັນເຄື່ອງໝາຍການຄ້າ ຫວຽດນາມ (20/04/2008 – 20/04/2023) ໄດ້ປະກອບສ່ວນເພີ່ມທະວີຄວາມຮັບຮູ້ເຄື່ອງໝາຍການຄ້າ ຫວຽດນາມ, ໂຄສະນາແນະນຳຜະລິດຕະພັນທີ່ບັນລຸມາດຕະຖານເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ສູ່ປະຊາຄົມທັງຢູ່ພາຍໃນປະເທດ ແລະ ສາກົນ. ເນື່ອງໃນໂອກາດນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດເວທີເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2023 ດ້ວຍຫົວຂໍ້ “ຢັ້ງຢືນເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ສີຂຽວ”. ທ່ານ ຮວ່າງວັນຈຽນ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

        “ເວທີປາໄສເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ທີ່ໄດ້ຈັດຜ່ານໄລຍະຕ່າງໆ ລ້ວນແຕ່ມີຫົວເລື່ອງສະເພາະ ເພື່ອຂຸດຄົ້ນ ແລະ ໄຈ້ແຍກລົງເລິກ, ຕິດພັນກັບສະພາບການເສດຖະກິດ ແລະ ການຜັນແປຂອງໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ພວກຂ້າພະເຈົ້າກໍໄດ້ຮັບຮູ້ມາວ່າ ຫວ່າງມໍ່ໆມານີ້, ການຫັນເປັນສີຂຽວເພື່ອມຸ່ງໄປເຖິງການເຕີບໂຕແບບຍືນຍົງ ໝັ້ນໝາຍວ່າຈະນຳມາເຊິ່ງຜົນປະໂຫຍດແທດຈິງຫຼາຍຢ່າງ ໃຫ້ບໍ່ວ່າທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງນັບທັງຄຸນຄ່ານາມມະທຳອີກດ້ວຍ, ຊ່ວຍໃຫ້ວິສາຫະກິດເພີ່ມຄວາມສາມາດແກ້ງແຍ້ງໃນຕະຫຼາດ, ໂດຍສະເພາະແມ່ນໃນສະພາບເສດຖະກິດ ຫວຽດນາມ ເຂົ້າຮ່ວມພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງກວ້າງຂວາງ”.

ຕອບກັບ

ຂ່າວ/ບົດ​ອື່ນ