ແຜນການກະທຳແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ/ດີໂອຊິນ ໄລຍະ 2021 – 2030

(VOVWORLD) -ເປົ້າໝາຍແມ່ນສຳເລັດການແກ້ໄຂບັນດາຈຸດຮ້ອນເຮັ່ງ ແລະ ເຂດຖືກມົນລະພິດເຄມີ/ດີໂອຊິນ ຫຼັງສົງຄາມຢູ່ ຫວຽດນາມ; ຄວບຄຸມທຸກເຂດທາດພິດເຄມີ/ດີໂອຊິນ ມີຄວາມສ່ຽງສົ່ງຜົນສະທ້ອນຕໍ່ສຸຂະພາບຂອງມະນຸດ
ແຜນການກະທຳແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ/ດີໂອຊິນ ໄລຍະ 2021 – 2030 - ảnh 1ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ/ດີໂອຊິນ ຫຼັງສົງຄາມຢູ່ ຫວຽດນາມ
(ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການກະທຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ/ດີໂອຊິນ ຫຼັງສົງຄາມຢູ່ ຫວຽດນາມ ໄລຍະ 2021 – 2030.

        ເປົ້າໝາຍແມ່ນສຳເລັດການແກ້ໄຂບັນດາຈຸດຮ້ອນເຮັ່ງ ແລະ ເຂດຖືກມົນລະພິດເຄມີ/ດີໂອຊິນ ຫຼັງສົງຄາມຢູ່ ຫວຽດນາມ; ຄວບຄຸມທຸກເຂດທາດພິດເຄມີ/ດີໂອຊິນ ມີຄວາມສ່ຽງສົ່ງຜົນສະທ້ອນຕໍ່ສຸຂະພາບຂອງມະນຸດ ເພື່ອບໍ່ໃຫ້ມີຜູ້ປະສົບເຄາະຮ້າຍເພີ່ມຂຶ້ນ; ໜູນຊ່ວຍຜູ້ປະສົບເຄາະຮ້າຍຜ່ານຜ່າຄວາມຫຍຸ້ງຍາກ; ມີກຳລັງຄວາມສາມາດຢ່າງພຽງພໍເພື່ອຕີລາຄາ, ຄວບຄຸມ, ແກ້ໄຂ, ໄຈ້ແຍກ, ຄຸ້ມຄອງທຸກການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ/ດີໂອຊິນ ຫຼັງສົງຄາມຢູ່ ຫວຽດນາມ ຢ່າງມີປະສິດທິຜົນ. ດ້ວຍເປົ້າໝາຍ, ຮອດປີ 2025 ຄວບຄຸມຄວາມສ່ຽງຕິດທາດພິດເຄມີ/ດີໂອຊິນ ຢູ່ບັນດາເຂດຮ້ອນເຮັ່ງ, ເຂດຖືກມົນລະພິດໃຫ້ໄດ້ 85%, ຮອດປີ 2030 ໃຫ້ບັນລຸໄດ້ 100% ເພື່ອບໍ່ໃຫ້ມີຜູ້ປະສົບເຄາະຮ້າຍຢູ່ບັນດາເຂດດັ່ງກ່າວເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ