ແຜນການປະຕິບັດສົນທິສັນຍາກ່ຽວກັບສິດຂອງຄົນພິການ

ແຜນການປະຕິບັດສົນທິສັນຍາກ່ຽວກັບສິດຂອງຄົນພິການ - ảnh 1
(ພາບປະກອບ)

(vovworld) –​ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫາກໍ່​ອະ​ນຸ​ມັດ ແຜນ​​ການປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ. ​ຈຸດ​ປະ​ສົງ​ແນ​ໃສ່​ກຳ​ນົດແຈ້ງ​ໜ້າ​ທີ່​ ຂອງ​ບັນ​ດາ​ຂັ້ນ, ຂະ​ແໜງ​ການ ໃນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ສິດ, ​ພັນ​ທະຂອງ​ປະ​ເທດ​ສະ​ມາ​ຊິກ​ສົນ​ທິ​ສັນ​ຍາຢ່າງ​ມີ​ປະ​ສິດ​ທິ​ຜົນ, ສອດຄ່ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ ແລະ ເງື່ອນ​ໄຂ​ເສດ​ຖະ​ກິດ​-ສັງ​ຄົມ ຂອງ​ຫວຽດ​ນາມ; ຮັບ​ປະ​ກັນ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການພາຍ​ນອກ, ພາຍ​ໃນ, ຮັບ​ປະ​ກັນ​ຄວາມ​​ສະ​ຫງົບ​ພາຍ​ໃນ​ປະ​ເທດ, ຄວາມ​ເປັນ​ລະ​ບຽບ​ຮຽນ​ຮ້ອຍ​ຄວາມ​ປອດ​ໄພ​ຂອງ​ສັງ​ຄົມ. ຕາມ​ແຜນ​ການ​ລ້ວ, ບັນ​ດາ​ຂັ້ນ, ຂະ​ແໜງກາ​ນ ຈະ​ປະ​ຕິ​ບັດ​ການ​ໂຄ​ສະ​ນາ​ເຜີຍ​ແຜ່ ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຄົນ​ພິ​ການ, ສິດ ແລະ ​ໜ້າ​ທີ່ຄວາມ​ຮັບ​ຜິດ​ຊອບ ຂອງ​ຄົນ​ພິ​ການ ຕະຫຼອດ​ຮອດ​ພະ​ນັກ​ງານ, ລັດ​ຖະ​ກອນ, ພາ​ລະ​ກອນ, ປະ​ຊາ​ຊົນ, ຄອບ​ຄົວ ແລະ ຄົນ​ພິ​ການ​ເອງ; ຄົ້ນ​ຄ້​ວາ​ປັບ​ປຸງ, ເພີ່ມ​ເຕີມ ແລະ ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ ໜູນ​ຊ່ວຍ​ຄົນ​ພິ​ການ ໃນ​ຂົງ​ເຂດ​​ການ​ດູ​ແລ​ສຸ​ຂະ​ພາບ, ການ​ສຶກ​ສາ, ​ສ້າງ​ອາ​ຊີບ, ວຽກ​ເຮັດ​ງານ​ທຳ… ຮັບ​ປະ​ກັນ​ໃຫ້​ສອດ​ຄ່ອງ​ກັບ​ສົນ​ທິ​ສັນ​ຍາ.

ຂ່າວ/ບົດ​ອື່ນ