ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 5 ປ​ີ 2021 – 2025: ພື້ນ​ຖານ​​ແກ່​ການ​ບຸກ​ທະ​ລຸ

(VOVWORLD) -ໃນວາລະປະຊຸມສະພາແຫ່ງຊາດທີ່ດຳເນີນໃນຕອນເຊົ້າວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໊ຢຸງ ສະເໜີບົດລາຍງານກ່ຽວກັບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2016 – 2020 ແລະ ການຄາດຄະເນແຜນການໄລຍະ 5 ປີ ແຕ່ປີ 2021 – 2025. 
ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 5 ປ​ີ 2021 – 2025: ພື້ນ​ຖານ​​ແກ່​ການ​ບຸກ​ທະ​ລຸ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໊ຢຸງ (ພາບ: TTXVN)

  ບົດລາຍງານດັ່ງກ່າວ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງທັດສະນະພັດທະນາ, ເປົ້າໝາຍກວມລວມ ແລະ ບັນດາມາດຕະການຕົ້ນຕໍທີ່ໄດ້ວາງອອກເພື່ອໃຫ້ ຫວຽດນາມ ສາມາດພັດທະນາຢ່າງບຸກທະລຸໃນໄລຍະຈະມາເຖິງ.

        ຕາມບົດລາຍງານດັ່ງກ່າວແລ້ວ, ເປົ້າໝາຍກວມລວມຂອງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ແຕ່ປີ 2021 – 2025 ຂອງ ຫວຽດນາມ ແມ່ນຮັບປະກັນການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະ ຍືນຍົງ, ບົນພື້ນຖານເພີ່ມທະວີຄວາມເປັນປົກກະຕິຂອງເສດຖະກິດມະຫາພາກແບບຍືນຍົງ, ພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ສູ້ຊົນຮອດປີ 2025 ກາຍເປັນປະເທດພວມພັດທະນາມີອຸດສາຫະກຳຕາມທິດທັນສະໄໝ ແລະ ຫຼຸດພົ້ນອອກຈາກປະເທດທີ່ມີລະດັບລາຍຮັບປານກາງຕ່ຳ. ໃນວິວັດທະນາການພັດທະນາປະເທດຊາດ, ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງການຮັບປະກັນການຊ່ວຍໜູນ ແລະ ສະຫວັດດີການສັງຄົມ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025 ຂອງ ຫວຽດນາມ ໄດ້ວາງອອກ 23 ມາດຖານຫຼັກ. ໃນນັ້ນມີບາງມາດຖານສຳຄັນຄື: ການເຕີບໂຕ GDP ສະເລ່ຍໄລຍະ 5 ປີ ຢູ່ໃນລະດັບປະມານ 6,5 – 7%; ອັດຕາຄອບຄົວທຸກຍາກຕາມມາດຖານຫຼາຍດ້ານ ຈະຫຼຸດລົງ 1 – 1,5%; ອັດຕາເຂົ້າຮ່ວມປະກັນສຸຂະພາບ ບັນລຸ 95% ຈຳນວນປະຊາກອນ.

ຕອນບ່າຍວັນທີ 22 ກໍລະກົດ,ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຕາມຫນ່ວຍ ກ່ຽວກັບການຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ, ງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະບັນດາມາດຕະການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ງົບປະມານແຫ່ງລັດ 6 ເດືອນທ້າຍປີ. ກ່າວຄຳເຫັນທີ່ການປຶກສາຫລື, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  ເນັ້ນຫນັກ: ເລື່ອງຊຸກຍູ້ວິວັດການຄົ້ນຄ້ວາ, ຜະລິດ, ນຳໃຊ້ ວັກຊີນ ພາຍໃນໃນປະເທດ ບົນຈິດໃຈຮີບເຮັ່ງ ແລະ ລະມັດລະວັງ. ໃນໄລຍະຍາວ ທ່ານປະທານປະເທດ ເອົາໃຈໃສ່ເນັ້ນຫນັກ ຄວາມສຳຄັນຂອງການກະກຽມແຫລ່ງຊັບພະຍາກອນມະນຸດເປັນຢ່າງດີ. ຕ້ອງປຸກລຸກຈິດໃຈປ່ຽນໃຫມ່ປະດິດຄິດສ້າງ ເຄີຍແມ່ນທ່າແຮງຂອງຊາວ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ