ແຜນການ​ຟື້ນ​ຟູ​ເສດຖະກິດ​ໃໝ່ ອາດ​ຈະ​ຊ່ວຍ ອີ​ຢູ ບັນລຸ​ໄດ້​ເປົ້າໝາຍການ​ເຕີບ​ໂຕ​ໃນ​ປີ 2021

(VOVWORLD) -      ຕາມຂໍ້ຕົກລົງໂດຍການນໍາບັນດາປະເທດ ອີຢູ ໄດ້ຮັບຮອງເອົາໃນວັນທີ 21 ກໍລະກົດ ຢູ່ກອງປະຊຸມສຸດຍອດ ອີຢູ, ຄະນະກໍາມະການເອີຣົບ ຈະຮັບຜິດຊອບກູ້ຢືມເງິນຈໍານວນ 750 ຕື້ ເອີໂຣ ໃນຕະຫຼາດການເງິນ. ໃນນັ້ນ, ຈະນໍາໃຊ້ 390 ຕື້ເອີໂຣ ແມ່ນຈະໜູນຊ່ວຍໃຫ້ແກ່ບັນດາປະເທດສະມາຊິກ ອີຢູ ແລະ ການຊໍາລະໜີ້ ໂດຍແມ່ນ 27 ປະເທດ ອີຢູ ຕ້ອງຮັບຜິດຊອບການຊໍາລະ.
ແຜນການ​ຟື້ນ​ຟູ​ເສດຖະກິດ​ໃໝ່ ອາດ​ຈະ​ຊ່ວຍ ອີ​ຢູ ບັນລຸ​ໄດ້​ເປົ້າໝາຍການ​ເຕີບ​ໂຕ​ໃນ​ປີ 2021 - ảnh 1 ການນໍາບັນດາປະເທດປຶກສາຫາລືຢູ່ກອງປະຊຸມສຸດຍອດ ອີຢູ (ພາບ: Reuters)

        ຕາມວົງການນັກໄຈ້ແຍກຢູ່ ເອີຣົບ ແລ້ວ, ເລື່ອງ 27 ປະເທດສະມາຊິກ ອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບບ້ວງເງິນຟື້ນຟູເສດຖະກິດມີມູນຄ່າ 750 ຕື້ ເອີໂຣນັ້ນ ແມ່ນໜຶ່ງໃນບັນດາຂີດໝາຍທີ່ໜ້າສົນໃຈທີ່ສຸດໃນປະຫວັດສາດແຫ່ງການກໍ່ສ້າງສະຫະພາບເອີຣົບ ເພາະວ່າ ການຊໍາລະໜີ້ລວມ ຈະເຮັດໃຫ້ບັນດາປະເທດອີຢູ ມີຄວາມຜູກພັນນໍາກັນຢ່າງໜ້ອຍສຸດແມ່ນ 30 ປີ.

        ໃນຂະນະນັ້ນ, ວັນທີ 21 ກໍລະກົດ, ທ່ານລັດຖະມົນຕີກະຊວງເສດຖະກິດ ເຢຍລະມັນ Peter Almaier ຖືວ່າ ແຜນການຟື້ນຟູເສດຖະກິດໃໝ່ ເຊິ່ງ ສະຫະພາບເອີຣົບ ຫາກໍບັນລຸໄດ້ ຈະຊ່ວຍໃຫ້ເສດຖະກິດຂອງທະວີບນີ້ ຫຼຸດພົ້ນອອກຈາກສະພາບການຊຸດໂຊມ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ ແລະ ເຕີບໂຕຄືນໃໝ່ໃນປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ