ແຜນ​ການ​ສັງ​ລວມ​​ດີ​ຈີ​ຕອນ​ອາ​ຊຽນ 2025

(VOVWORLD) -ວັນທີ 21 ມັງກອນ, ກອງປະຊຸມທາງອອນລາຍ ລັດຖະມົນຕີ ດີຈີຕອນອາຊຽນ ຄັ້ງທີ 1 (ADGMIN1) ໄດ້ອັດລົງພາຍຫຼັງດຳເນີນການເຮັດວຽກມາເປັນເວລາ 2 ມື້. ກອງປະຊຸມໄດ້ຮັບຮອງເອົາແຜນການສັງລວມເຕັກນິກດີຈີຕອນອາຊຽນ (ADM2025).

     ADM2025 ໄດ້ວາງອອກ 8 ເນື້ອໃນຕົ້ນຕໍ, ລວມມີ: ໃຫ້ບຸລິມະສິດຍູ້ແຮງການຟື້ນຟູຂອງບັນດາປະເທດສະມາຊິກອາຊຽນ ພາຍຫຼັງໂລກລະບາດໂຄວິດ 19; ເພີ່ມທະວີຄຸນນະພາບ ແລະ ການປົກຄຸມຂອງພື້ນຖານໂຄງລ່າງສາຍສົ່ງຖາວອນ ແລະ ເຄື່ອນທີ່. ສະໜອງບັນດາການບໍລິການ ດີຈີຕອນທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ສະກັດກັ້ນຄວາມເສຍຫາຍຂອງຜູ້ບໍລິໂພກ; ສ້າງຕະຫຼາດແກ່ງແຍ້ງ ແລະ ເປັນປົກກະຕິໃຫ້ແກ່ການສະໜອງການບໍລິການ ດີຈີຕອນ; ເພີ່ມທະວີຄຸນນະພາບ ແລະ ການນຳໃຊ້ການບໍລິການລັດຖະບານເອເລັກໂຕນິກ; ການບໍລິການດີຈີຕອນ ເຊື່ອມຕໍ່ວິສາຫະກິດ ແລະ ສ້າງພື້ນຖານໂຄງລ່າງໃຫ້ແກ່ການຄ້າຂ້າມຊາຍແດນ; ຍົກສູງຄວາມສາມາດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມ ດີຈີຕອນທີ່ກົມກຽວໃນອາຊຽນ.

   ກອງປະຊຸມຄັ້ງນີ້ ກໍ່ຮັບຮອງເອົາຖະແຫຼງການ Putrajaya “ອາຊຽນ: ປະຊາຄົມເຊື່ອມຕໍ່ດີຈີຕອນ” ພ້ອມທັງເຫັນດີເປັນເອກະສັນວ່າ ຈະຈັດກອງປະຊຸມ ADGMIN ຄັ້ງທີ 2 ແລະ ບັນດາກອງປະຊຸມກັບຄູ່ຮ່ວມມືຕ່າງໆ ແລະ ສະຫະພັນໂທລະຄົມມະນາຄົມສາກົນ  (ITU) ຢູ່ມຽນມາ ໃນທ້າຍປີ 2021 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ