ແຜນການເປີດສາຍລົດເມເຊື່ອມຕໍ່ ໄທ - ລາວ - ຫວຽດນາມ

(VOVWORLD) -ໄທ ພວມປຶກສາຫາລືກັບ ລາວ ແລະ  ຫວຽດນາມ ກ່ຽວກັບເລື່ອງເປີດສາຍລົດເມໃໝ່ ເຊື່ອມຕໍ່ບັນດາສະຖານທີ່ທີ່ມີຊື່ສຽງຂອງ 3 ປະເທດ.
ແຜນການເປີດສາຍລົດເມເຊື່ອມຕໍ່ ໄທ - ລາວ - ຫວຽດນາມ - ảnh 1(ພາບປະກອບ)

ວັນທີ 23 ມິຖຸນາ, ເວັບໄຊ laotiantimes.com ໄດ້ໃຫ້ຂ່າວວ່າ, ໄທ ພວມປຶກສາຫາລືກັບ ລາວ ແລະ  ຫວຽດນາມ ກ່ຽວກັບເລື່ອງເປີດສາຍລົດເມໃໝ່ ເຊື່ອມຕໍ່ບັນດາສະຖານທີ່ທີ່ມີຊື່ສຽງຂອງ 3 ປະເທດ. ຕາມນັ້ນແລ້ວ, ລັດຖະບານ ໄທ ເຫັນດີຕໍ່ການເຈລະຈາ ເພື່ອແນໃສ່ສົ່ງເສີມເປີດສາຍລົດເມເຊື່ອມຕໍ່ 3 ປະເທດ ຜ່ານເສັ້ນທາງ R12 ຈາກ ນະຄອນ ພະມົມ (ໄທ) ໄປເທດສະບານ ທ່າແຂກ (ແຂວງ ຄຳມ່ວນ, ທາງພາກກາງຂອງ ລາວ) ແລະ ໄປຮອດແຂວງ ຮ່າຕິ້ງ (ຫວຽດນາມ). ໄລຍະທາງຈາກ ນະຄອນພະນົມ ໄປຮອດ ຮ່າຕິ້ງ ແມ່ນ 300 ກມ.

        ກະຊວງຄົມມະນາຄົມຂົນສົ່ງ ໄທ ໃຫ້ຮູ້ວ່າ, ພວມມານະພະຍາຍາມສົ່ງເສີມວິວັດການເປີດສາຍລົດເມດັ່ງກ່າວ, ລວມທັງເລື່ອງສະເໜີໃຫ້ ລາວ ເປັນເຈົ້າພາບຈັດກອງປະຊຸມກຸ່ມປະຕິບັດງານ 3 ຝ່າຍຄັ້ງທີ 2 ຍິ່ງໄວກໍ່ຍິ່ງດີ ເພື່ອປຶກສາຫາລືຮູບແບບການບໍລິການ ແລະ ຍົກອອກຂໍ້ຕົກລົງທາງການທີ່ກ່ຽວຂ້ອງເຖິງສາຍລົດເມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ