ແຜນທີ່ ຈີນ ລະເມີດອະທິປະໄຕ ຫວຽດນາມ ຢ່າງໜັກໜ່ວງ

ແຜນທີ່ ຈີນ ລະເມີດອະທິປະໄຕ ຫວຽດນາມ ຢ່າງໜັກໜ່ວງ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດ ຫວຽດນາມ ​ເລືອ​ງ​ແທງ​ງີ້
(ພາບ: ອີນເຕີເນັດ)

(vovworld) – ວັນ​ທີ 24/4/2013, ຕໍ່ໜ້າ​ເລື່ອງ ຈີນ ຈຳໜ່າຍ​ແຜນ​ທີ່​ປະ​ເທດ ສາທາລະນະ​ລັດ ປະຊາຊົນ ຈີນ ​ແລະ ປະກາດ “ແຜນກຳນົດ​ພັດທະນາ​ພາລະກິດ ມະຫາ​ສະໝຸດ​ແຫ່ງ​ຊາດໄລຍະ 5 ປີຄັ້ງ​ທີ 12”, ​ໃນ​ນັ້ນ​ມີ​ບັນດາ​ເນື້ອ​ໃນ​ທີ່​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ  ​ແລະ ສິດ​ອະທິປະ​ໄຕ, ສິດ​ຕັດສິນ​ອັນ​ຖືກຕ້ອງ​ຂອງ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດ ຫວຽດນາມ ​ເລືອ​ງ​ແທງ​ງີ້ ຊີ້​ແຈງ​ວ່າ: ຫວຽດນາມ ຢັ້ງຢືນ​ອະທິປະ​ໄຕ​ ທັງບໍ່​ອາດ​ໂຕ້​ຖຽງ​ໄດ້​​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ສິດ​ອະທິປະ​ໄຕ, ສິດ​ຕັດສິນ​ອັນ​ຖືກຕ້ອງ​ທີ່​ມີ​ຕໍ່​​ເຂດເສດ​ຖະກິດ​ພິ​ເສດ ​ແລະ ​ເຂດ​ໄຫລ່​ທະວີບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕາມ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ​ເລື່ອງ ຈີນ ນຳ​ໃຊ້​ແຜນ​ທີ່ ​ແລະ ປະກາດ​​ແຜນ​ກຳນົດ​ດັ່ງກ່າວ ​ໄດ້​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ,  ສິດ​ອະທິປະ​ໄຕ, ສິດ​ຕັດສິນ​ອັນ​ຖືກຕ້ອງ​ຂອງ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ, ລະ​ເມີດ​ກົດໝາຍ​ສາກົນ, ຂໍ້​ຕົກລົງ​ບັນດາ​ຫຼັກ​ການ​ພື້ນຖານ​ແກ້​ໄຂ​ບັນຫາ​​ເຂດ​ນ່ານທະ​ເລ​ລະຫວ່າງ ຫວຽດນາມ ​ແລະ ຈີນ ຢ່າງ​ໜັກ​ໜ່ວງ, ບໍ່​​ເໝາະ​ສົມ​ກັບ​​ເນື້ອ​ໃນຈິດ​ໃຈ​ຂອງ DOC, ກໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ຄວາມສັບສົນຕໍ່​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ແຜນ​ທີ່ ​ແລະ ແຜນ​ກຳນົດດັ່ງກ່າວ​ແມ່ນ​ບໍ່​ມີ​ຄຸນຄ່າ​ແຕ່​ຢ່າງ​ໃດ​ເລີຍ.

ຂ່າວ/ບົດ​ອື່ນ