ແຜນນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໄດ້ຊຸກຍູ້ແລະປົກປ້ອງສິດທິມະນຸດ

(VOVWORLD) -ທ່ານນາງ ເລທິຕວຽດມາຍ, ຢືນຢັນແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໄດ້ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ; ສະແດງການສະໜັບສະໜູນບັນດາກົນໄກສິດທິມະນຸດຫະປະຊາຊາດ
ແຜນນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໄດ້ຊຸກຍູ້ແລະປົກປ້ອງສິດທິມະນຸດ - ảnh 1ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ
(ພາບ: TTXVN)

ກອງປະຊຸມຄັ້ງທີ 47 ຂອງສະພາສິດທິມະນຸດສະຫະປະຊາຊາດ ໄດ້ດຳເນີນໄປທີ່ສຳນັກງານສະຫະປະຊາຊາດຢູ່ເຊີແນວ, ປະເທດສະວິດ, ໃນລະຫວ່າງວັນທີ 21 ມິຖຸນາ - 15 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 47 ປະເທດສະມາຊິກ ແລະ ກວ່າ 100 ປະເທດສັງເກດການ, ບັນດາອົງການຈັດຕັ້ງລະຫວ່າງລັດຖະບານ ແລະ ອົງການບໍ່ຂຶ້ນກັບລັດຖະບານທີ່ມີສຳນັກງານຕັ້ງຢູ່ເຊີແນວ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການອື່ນໆຢູ່ເຊີແນວ, ເປັນຫົວໜ້າຄະນະເຂົ້າຮ່ວມ.

        ກ່າວຄຳເຫັນທີ່ການສົນທະນາປຶກສາຫາລືກັບຂ້າຫຼວງໃຫຍ່ສະຫະປະຊາຊາດໃນວັນທີ 22 ມິຖຸນາ, ທ່ານນາງ ເລທິຕວຽດມາຍ, ຢືນຢັນແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໄດ້ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ; ສະແດງການສະໜັບສະໜູນບັນດາກົນໄກສິດທິມະນຸດຫະປະຊາຊາດ, ພ້ອມທັງສະໜັບສະໜູນການດຳເນີນສົນທະນາຢ່າງແທດຈິງ, ມີລັກສະນະສ້າງສາກ່ຽວກັບບັນດາບັນຫາສິດທິມະນຸດ; ພ້ອມທັງເນັ້ນໜັກວ່າ, ບໍ່ຄວນຫັນສິດທິມະນຸດເປັນການເມືອງ ເພື່ອແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດມີອະທິປະໄຕ ຫຼື ເພື່ອຕຳໜິຕິຕຽນບັນດາປະເທດ. ທ່ານນາງເອກອັກຄະລັດຖະທູດ ກໍ່ແຈ້ງໃຫ້ຊາບວ່າ ໃນວິວັດການຮັບມືກັບໂລກລະບາດໂຄວິດ-19, ຫວຽດນາມ ໄດ້ມານະພະຍາຍາມຢ່າງສູງສຸດເພື່ອຮັບປະກັນການຊົມໃຊ້ບັນດາສິດທິມະນຸດເປັນພື້ນຖານຂອງປະຊາຊົນ ດ້ວຍບຸລິມະສິດສູງສຸດແມ່ນປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາຊົນ.

        ໃນຂອບເຂດກອງປະຊຸມຄັ້ງທີ 47 ສະພາສິດທິມະນຸດສະຫະປະຊາຊາດ, ໜຶ່ງໃນບັນດາຫົວເລື່ອງຈຸດສຸມຂອງຫວຽດນາມ ແມ່ນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ. ຄາດວ່າ, ຫວຽດນາມ ຈະເຂົ້າຮ່ວມການຈັດຕັ້ງເວລາປຶກສາຫາລືກ່ຽວກັບຫົວເລື່ອງສິດທິຂອງຜູ້ອາຍຸສູງໃນສະພາບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ