ແຜ່ນພິມດ້ວຍໄມ້ວັດ ຫວີ໋ງງຽມໄດ້ຮັບ ການຮັບຮອງຈາກ UNESCO ແມ່ນ ມໍລະດົກຂອງມວນ ມະນຸດ.

ແຜ່ນພິມດ້ວຍໄມ້ວັດ ຫວີ໋ງງຽມໄດ້ຮັບ ການຮັບຮອງຈາກ UNESCO ແມ່ນ ມໍລະດົກຂອງມວນ ມະນຸດ. - ảnh 1
ແຜ່ນພິມດ້ວຍໄມ້
ພາບ:tongiaovadantoc.com

(vovworld) -  ​ແຜ່ນ​ພິມ​ດ້ວຍ​ໄມ້ ວັດ​ຫວີ໋ງ​ງຽມ ຢູ່ ບັກ​ຢາງ ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ UNESCO ວ່າ ​ແມ່ນ​ມໍລະດົກ​ເອກະສານ​ຂອງ​​ມວນ​ມະນຸດ ​ໃນ​ສະ​ໄຫມ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ຊຶ່ງ​ດຳ​ເນີນ​ໄປ​ຢູ່ ນະຄອນຫລວງ ບາງກອກ ປະ​ເທດ​ໄທ. ​ແຜ່ນ​ພິມ​ດ້ວຍ​ໄມ້​​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ UNESCO ຜ່ານ​ 3 ມາດຖານ​ຄື: ລັກ​ສະນະ​ຊັດ​ເຈນ, ​ເປັນ​ເອກະລັກ​ສະ​ເພາະ​ບໍ່​ສາມາດ​​ປ່ຽນແທນ​ໄດ້ ​ແລະ ທີ່​ຕັ້ງ​ບົດບາດ​ໃນ​ພາກ​ພື້ນ. ​ແຜ່ນ​ພິມດ້ວຍ​ໄມ້ 3050 ​ແຜ່ນກ່ຽວ​ກັບ​ວັດ ຫວີ໋ງງຽມ​ໄດ້​ລະບຸ​​ໃຫ້​ເຫັນ​ແນວ​ຄິດ, ພະ​ທຳ​ຄຳ​ສັ່ງສອນຂອງ​ສະ​ຖາ​ບັນ​ສົງ Truc Lam ພ້ອມ​ກັບ​ບັນດາ​ຄຸນຄ່າ​ວັດທະນະທຳ​ມະນຸດ​ອັນ​ເລິກ​ເຊິ່ງຂອງ​ສາສະຫນາ​ພຸດ ຫວຽດນາມ. ທ່ານ ​Pham Cao Phong ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ສະ​ໄຫມ​ປະຊຸມ​ຄັ້ງ​ນີ້​ໃຫ້​ຮູ້​ວ່າ: ຊຸດ​ແຜ່ນ​ພິມ​ດ້ວຍ​ໄມ້​ວັດ ຫວີ໋ງງຽມ ຍາດ​ໄດ້​ບັດ​ສະຫນັບສະຫນູນ 100%, ​ແມ່ນ​ການຮັບຮອງ​ກ່ຽວ​ກັບ​ດ້ານ​ຄຸນ​ຄ້າ​ປະຫວັດສາດ​ຂອງ​ສາກົນ​ທີ່​ມີ​ຕໍ່​ມໍລະດົກ​ຂອງ ຫວຽດນາມ. ​ເປັນ​ອັນວ່າ ມາ​ຮອດ​ປະຈຸ​ບັນ ຫວຽດນາມ ມີ 3 ມໍລະດົກ​​ເອກະສານ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ນັ້ນ​ແມ່ນ ​ແຜ່ນ​ສີ​ລາປະລິຍາເອກ ກວັກ​ຕື໋ຢາມ, ​ແຜ່ນ​ພິມ​ດ້ວຍ​ໄມ້​ລາຊະວົງ ຫງວຽນ ​ແລະ ​ແຜ່ນ​ພິມ​ດ້ວຍ​ໄມ້​ວັດ ຫວີ໋ງງຽມ

ຂ່າວ/ບົດ​ອື່ນ