ແຜນຮ່າງພັດທະນາປ່າແຄມທະເລຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ແຜນຮ່າງພັດທະນາປ່າແຄມທະເລຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ປ່າຊາຍເລນ
ພາບ:internet


(vovworld)- ​ພາຍຫລັງ 6 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ແຜນ​ຮ່າງ“ຟື້ນ​ຟູ ​ແລະ ພັດທະນາ​ປ່າ​ຊາຍ​​ເລນ​ແຄ​ມທະ​ເລ​ໄລຍະ 2008-2015, ທົ່ວ​ປະ​ເທດ​ປູກ​ປ່າ​ຊາຍ​ເລນ​ໄດ້​ເກືອບ 17.000 ​ເຮັກຕາ, ​ເທົ່າ​ກັບ 18% ​ແຜນການ​ວາງ​ອອກ. ສິ່ງ​ດັ່ງກ່າວ​ປະກອບສ່ວນ​ຢ່າງ​ຕໍ່​ເນື່ອງ​ໃນ​ການ​ປ້ອງ​ກັນ, ປົກ​ປັກ​ຮັກສາ​ເຂດ​ແຄມ​ທະ​ເລ​ຕໍ່ຫນ້າ​ໄພ​ທຳ​ມະ​ຊາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຕອນ​ເຊົ້າ​ວັນ​ທີ 2/4, ທີ່​ກອງ​ປະຊຸມ​ຂອງ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ແຜນການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ໄລຍະ 2011-2020, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ຫນັກ​ວ່າ:

“ມາດ​ຕະການ​ປະສິດທິ​ຜົນ​ທີ່​ສຸດ, ປະ​ຢັດ​ກວ່າ​ໝູ່ ​​ໃນການ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນການ​ປູກ​ປ່າ​ຢູ່​ແຄ​ມທະ​ເລ.  ​ໃນ​ນັ້ນ ມີ​ປ່າ​ປ້ອງ​ກັນ, ປ່າ​ກັ້ນ​ຂີ້​ຊາຍ, ປ່າ​ຮັກສາ​ສິ່ງ​ແວດ​ລ້ອມ. ສະ​ນັ້ນ ພວກ​ເຮົາ​ຕ້ອງ​ສຸ​ມ​ໃສ່​ບຸລິມະສິດ​ດ້ານ​ທຶນຮອນ​ໃຫ້​ແກ່​ວຽກ​ງານ​ນີ້.”

ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ເນັ້ນ​ຫນັກ​ວ່າ: ​ເພື່ອ​​ເພີ່ມ​ເນື້ອ​ທີ່ປູກ​ປ່າ​ແຄມ​ທະ​ເລ​ຈາກ 360.000 ຂຶ້ນ​ເຖິງ 406.000 ​ເຮັກຕາ​ກ, ​ແຜນ​ຮ່າງ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ແຄມ​ທະ​ເລ ຄວນ​ສ້າງ​ໃຫ້​ເໝາະ​ສົມ​ກັບ​ການວາງ​ແຜນ​ກຳນົດ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ຕິດ​ພັນກັບວິວັດການສ້າງໂຄງປະກອບຂະແຫນງກະສິກຳຄືນໃຫມ່,​ບຸລິມະສິດປູກປ່າຊາຍເລນ ທັງປ້ອງກັນ ທັງຊ່ວຍປະຊາຊົນປັບປຸງລາຍຮັບ
ຂ່າວ/ບົດ​ອື່ນ