ແພດໝໍຫນຸ່ມຫວຽດນາມຮ່ວມເດີນທາງກັບຊາວປະມົງ

ແພດໝໍຫນຸ່ມຫວຽດນາມຮ່ວມເດີນທາງກັບຊາວປະມົງ - ảnh 1
ພາບປະກອບ:internet


(vovworld)-ຕອນ​ເຊົ້າ​ວັນ​ທີ 13/7 ຢູ່ ​ເທດສະບານ ຕາມ​ກວາງ ​ເມືອງ​ນູຍ​ແທ່ງ,  ສະມາຄົມ​ແມດ​ໝໍ​ຫນຸ່ມ​​ແຂວງ ກວ໋າງນາມ ​ໄດ້​ຈັດ​ຕັ້ງ​ລາຍການ “​ແພດ​ໝໍ​ຫນຸ່ມ​ຮ່ວມ​ກັບ​ຊາວ​ປະມົງ​ອອກ​ໄກ​ຝັ່ງຫາ​ປາ”.  ບັນດາ​ແພດ​ໝໍ​ຫນຸ່ມ​ໄດ້​ຝືກອົບຮົມ​ໃຫ້​ແກ່​ຊາວ​ປະມົງ​ກວ່າ 100 ຄົນ​ ກ່ຽວ​ກັບ​ວິທີ​ປິ່ນປົວ​ຢ່າງ​ກະທັນຫັນ​ເມື່ອ​ປະສົບ​ກັບ​ເຄາະ​ຮ້າຍ​ຢູ່​ທະ​ເລ. ຄະນະ​​​ແພດ​ໝໍ​ຫນຸ່ມ ​ກໍ​ໄດ້​ດຳ​ເນີນ​ການກວດ​ພະຍາດ, ​ແຈກ​ຢ່າ​ຍຢຸກຢາ​ໂດຍ​ບໍ່​ເສຍ​ຄ່າ​ໃຫ​້​ແກ່​ຊາວ​ປະມົງ​ 250 ຄົນ, ມອບ ອຸປະກອນ​ການ​ແພດ​ໃຫ້​ແກ່​ບັນດາ​ເຈົ້າ​ຂອງ​ກຳ​ປັ່ນ​ຫາ​ປາ​ຢູ່ ຕາ​ແສງ ຕາມ​ກວາງ ​ແລະ ຕາ​ແສງ ຕາມ​ຫາຍ ​ເມືອງ​ນູຍ​ແທ່ງ.

 

 

 

 

 

ຂ່າວ/ບົດ​ອື່ນ