ແຟງລັງ ຈະຈຳກັດວີຊາສຳລັບພົນລະເມືອງ ລັດເຊຍ

(VOVWORLD) -ແຟງລັງ ຈະຮັບໃບຂໍວີຊາສຳລັບນັກທ່ອງທ່ຽວທີ່ເປັນພົນລະເມືອງ ລັດເຊຍພຽງແຕ່ 100 ໃບເທົ່ານັ້ນ.
ແຟງລັງ ຈະຈຳກັດວີຊາສຳລັບພົນລະເມືອງ ລັດເຊຍ - ảnh 1(ພາບປະກອບ: THX/TTXVN)

ນັບແຕ່ຕົ້ນເດືອນ ກັນຍາ ຈະມາເຖິງ, ແຕ່ລະອາທິດ, ແຟງລັງ ຈະຮັບໃບຂໍວີຊາສຳລັບນັກທ່ອງທ່ຽວທີ່ເປັນພົນລະເມືອງ ລັດເຊຍພຽງແຕ່ 100 ໃບເທົ່ານັ້ນ. ທ່ານລັດຖະມົນຕີການຕ່າງປະເທດ ແຟງລັງ Pekka Haavisto ໃຫ້ຮູ້ວ່າ, ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາຍ້ອນ ແຟງລັງ ບໍ່ຢາກກາຍເປັນປະເທດທາງຜ່ານເພື່ອໃຫ້ພົນລະເມືອງ ລັດເຊຍ ໄປເຖິງບັນດາປະເທດ ເອີລົບ ອື່ນ.

        ປະຈຸບັນ, ແຟງລັງ ແລະ ບັນດາປະເທດເຂດ ບານຕິກ ສະໜັບສະໜູນຂໍ້ສະເໜີຂອງ ສ.ເຊັກໂກ ກ່ຽວກັບການຊຸກຍູ້ຄຳສັ່ງຫ້າມອອກວີຊາໃຫ້ນັກທ່ອງທ່ຽວ ລັດເຊຍ ໃນທົ່ວ ອີຢູ, ໃນຂະນະນັ້ນ, ຫຼາຍປະເທດສະມາຊິກອື່ນຂອງສະຫະພາບເອີລົບ ຜັດຄັດຄ້ານ, ໂດຍຖືວ່າ ສິ່ງດັ່ງກ່າວອາດຈະລະເມີດບັນດາຂໍ້ກຳນົດຂອງ ອີຢູ. ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ Peter Szijjarto ຖືວ່າ, ຄຳສັ່ງຫ້າມອອກວີຊາບໍ່ແມ່ນຂໍ້ຕົກລົງທີ່ເໝາະສົມໃນສະພາບການປະຈຸບັນ, ໃນຂະນະທີ່ທ່ານລັດຖະມົນຕີການຕ່າງປະເທດ ໂອຕາລິດ Alexander Schallenberg ໄດ້ເຕື່ອນວ່າ: “ອີຢູ ບໍ່ໄດ້ຍົກອອກຄຳຕັດສິນຢ່າງເລິກເຊິ່ງ, ກວ້າງຂວາງສຳລັບພົນລະເມືອງ 140 ລ້ານຄົນຢູ່ ລັດເຊຍ”.

ຕອບກັບ

ຂ່າວ/ບົດ​ອື່ນ