ແຟງລັງ ຊ່ວຍ ຫວຽດນາມ ສ້າງຮູບແບບ “ນະຄອນບໍ່ປ່ອຍອາຍພິດເຮືອນແກ້ວ”

(VOVWORLD) - ວັນທີ 16 ທັນວາ, ທີ່ຮ່າໂນ້ຍ, ໂຮງຮຽນບຳລຸງສ້າງ, ຝຶກອົບຮົມພະນັກງງານຊັບພະຍາກອນ ແລະ ສິ່ງແວດລ້ອມ (ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ) ແລະ ສະຖາບັນສິ່ງແວດລ້ອມ ແຟງລັງ (ກະຊວງສິ່ງແວດລ້ອມ ແຟງລັງ) ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມື (MOU) ສົມທົບກັນເພື່ອກະກຽມສ້າງໂຄງການນະຄອນບໍ່ປ່ອຍອາຍພິດເຮືອນແກ້ວ (HINKU)
ແຟງລັງ ຊ່ວຍ ຫວຽດນາມ ສ້າງຮູບແບບ “ນະຄອນບໍ່ປ່ອຍອາຍພິດເຮືອນແກ້ວ” - ảnh 1 ພິທີເຊັນບົດບັນທຶກຊ່ວຍຈຳການຮ່ວມມື  (ພາບອິນເຕີແນັດ)

        ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ 2 ອົງການຢ່າງເປັນທາງການ ຈະເປັນການສ້າງບັນດາແງ່ຫວັງ ແລະ ກາລະໂອກາດການຮ່ວມມື, ສ້າງເງື່ອນໄຂສະດວກໃຫ້ແກ່ການຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດຄື: ການສຶກສາ, ບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ຊ່ວຍໂຮງຮຽນບຳລຸງສ້າງ, ຝຶກອົບຮົມພະນັກງານຊັບພະຍາກອນ ແລະ ສິ່ງແວດລ້ອມເປີດກ້ວາງຕາໜ່າງການສຶກສາ ດ້ວຍບັນດາສາຂາບຳລຸງສ້າງຕ່າງປະເທດເວົ້າລວມ ແລະ ແຟງລັງ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ