ແຟງ​ລັງ ເຂົ້າ​ຮ່ວມ NATO ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 04 ເມສາ, ແຟງລັງ ໄດ້ເຂົ້າຮ່ວມອົງການສົນທິສັນຍາ ອັດລັງຕິກເໜືອ (NATO), ກາຍເປັນສະມາຊິກທີ 31 ຂອງສຳພັນທະມິດການທະຫານນີ້.
ແຟງ​ລັງ ເຂົ້າ​ຮ່ວມ NATO ຢ່າງ​ເປັນ​ທາງ​ການ - ảnh 1ທຸງຊາດແຟງລັງ ແລະ ທຸງ NATO (ພາບ: Reuters)

        ພິທີຊັກທຸງ ໄດ້ເປັນຂີດໝາຍຕໍ່ເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO ຢ່າງເປັນທາງການ ຖືກຈັດຂຶ້ນຢູ່ສຳນັກງານຂອງອົງການນີ້ ພາຍໃຕ້ການເປັນສັກຂີພິຍານຂອງບັນດາເຈົ້າໜ້າທີ່, ການນຳຂັ້ນສູງ NATO, ແຟງລັງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken.

        ກ່າວຄຳເຫັນທີ່ພິທີ, ບັນດາເຈົ້າໜ້າທີ່ NATO  ແລະ ອາເມລິກາ ຢັ້ງຢືນວ່າ ນີ້ແມ່ນເຫດການປະຫວັດສາດ, ສ້າງຂີດໝາຍແກ່ບາດກ້າວເດີນສຳຄັນຂອງ NATO ໃນການເປີດກວ້າງຜົນສະທ້ອນ ແລະ ຮັກສາຄວາມໝັ້ນຄົງຢູ່ ເອີຣົບ - ອັດລັງຕິກ. ທ່ານເລຂາທິການໃຫຍ່ NATO, Jens Stoltenberg ຢັ້ງຢືນວ່າ ກອງທັບແຟງລັງ ມີກຳລັງຄວາມສາມາດຢ່າງແທ້ຈິງ ແລະ ມີລະດັບຄວາມຮູ້ສູງ, ພ້ອມດຽວກັນນັ້ນ, ໃນຫຼາຍປີຜ່ານມາ ກອງທັບ ແຟງລັງ ແລະ NATO ໄດ້ເປັນຄູ່ຮ່ວມມືຢ່າງສະໜິດແໜ້ນຂອງກັນ.

        ເປັນອັນວ່າ, ແຟງລັງກາຍເປັນປະເທດທີ 7 ຂອງ NATO ຢູ່ເທລະ Baltic. ປະເທດນີ້ກາຍເປັນສະມາຊິກທີ 31 ຂອງ NATO, ກໍໝາຍຄວາມວ່າ ຈະມີເສັ້ນຊາຍແດນຮ່ວມກັນ 1.340 km ລະຫວ່າງ ສຳພັນທະມິດການທະຫານ ອັດລັງຕິກເໜືອ ແລະ ລັດເຊຍຕື່ມອີກ.

        ຫາຍດັງ - ນັກຂ່າວ VOV ປະຈຳ ສ.ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ