ແຟງລັງ ເຂົ້າເປັນສະມາຊິກ NATO ຢ່າງເປັນທາງການ

(VOVWORLD) -ເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO ແມ່ນບາດກ້າວຮັດແໜ້ນຄວາມໝັ້ນຄົງໃຫ້ປະເທດນີ້ເອງ, ພ້ອມທັງຊ່ວຍໃຫ້ກຸ່ມທະຫານປັບປຸງກຳລັງແຮງ.

        ວັນທີ 04 ເມສາ, ທຸງຊາດຂອງ ແຟງລັງ ຈະໄດ້ຂຶ້ນເທິງເສົາທຸງຢູ່ນອກສຳນັກງານຂອງ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ຢູ່ນະຄອນຫຼວງ ບຣຸກແຊັນ, ປະເທດ ແບນຊິກ, ເປັນສັນຍາລັກໃຫ້ແກ່ເລື່ອງປະເທດເອີລົບເໜືອນີ້ິ້ໄດ້ເຂົ້າເປັນສະມາຊິກທີ 31 ຢ່າງເປັນທາງການຂອງສຳພັນທະມິດ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 03 ເມສາ, ກ່ອນດຳເນີນກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ NATO ຢູ່ ບຣຸກແຊັນ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ຢືນຢັນວ່າ, ເລື່ອງ ແຟງລັງ ເຂົ້າເປັນສະມາຊິກ NATO ແມ່ນບາດກ້າວຮັດແໜ້ນຄວາມໝັ້ນຄົງໃຫ້ປະເທດນີ້ເອງ, ພ້ອມທັງຊ່ວຍໃຫ້ກຸ່ມທະຫານປັບປຸງກຳລັງແຮງ. ທ່ານໃຫ້ຮູ້ວ່າ, ຕວັກກີ - ປະເທດສຸດທ້າຍທີ່ໃຫ້ສັດຕະຍາບັນຖານະເປັນສະມາຊິກ NATO ຂອງ ແຟງລັງ, ມອບເອກະສານທາງການໃຫ້ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໃນວັນທີ 04 ເມສາ, ຢູ່ ບຣຸກແຊັນ. ຕາມນັ້ນແລ້ວ, ຂັ້ນຕອນການຮັບເອົາ ແຟງລັງ ເຂົ້າເປັນສະມາຊິກຂອງ NATO ກໍ່ໄດ້ດຳເນີນສຳເລັດຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ