ແຟັງ​ລັງ​ຖື​ເປັນ​ສຳ​ຄັນ​ການ​ພັ​ດ​ທ​ະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້າຍ​ກັບ ຫວຽດ​ນາມ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ແຟັງລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 27 ກັນຍາ, ທ່ານ ເຈືອງຮ່ວາບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ມີການເຈລະຈາ ກັບທ່ານ Mika Lintila ຮັກສາການຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຟັງລັງ.
ແຟັງ​ລັງ​ຖື​ເປັນ​ສຳ​ຄັນ​ການ​ພັ​ດ​ທ​ະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້າຍ​ກັບ ຫວຽດ​ນາມ - ảnh 1 ທ່ານ Mika Lintila ຮັກສາການນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຟັງລັງ ແລະ ທ່ານເຈືອງຮ່ວາບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ (ພາບ: TTXVN)

ທີ່ການເຈລະຈາ, ສອງຝ່າຍໄດ້ຕີລາຄາວ່າການພົວພັນລະຫວ່າງ ຫວຽດນາມ - ແຟັງລັງໃນໄລຍະທີ່ຜ່ານມາ ບັນລຸໄດ້ຫຼາຍບາດກ້າວພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ. ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະໃນທຸກຂັ້ນ, ສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ໄດ້ຮັບການສ້າງຕັ້ງ ຢ່າງມີປະສິດທິຜົນ. ສອງຝ່າຍກໍ່ແລກປ່ຽນຫຼາຍມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ແຟັງລັງໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ການຮ່ວມມືດ້ານຍຸດຕິທຳ …

        ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການສົມທົບກັນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ເຂົ້າຮ່ວມການຮ່ວມມືພ້ອມກັນຮັບມືກັບບັນດາບັນຫາທົ່ວໂລກ. ສອງຝ່າຍກໍ່ໄດ້ສະຫງວນເວລາເພື່ອແລກປ່ຽນບັນດາບັນຫາໃນພາກພື້ນ ແລະ ໂລກ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ແລກປ່ຽນກ່ຽວກັບບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນ ແລະ ເລື່ອງພ້ອມກັນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີ, ຄວາມປອດໄພຄວາມໝັ້ນຄົງໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ່ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.

ຕອບກັບ

ຂ່າວ/ບົດ​ອື່ນ