ແຟງລັງໜູນຊ່ວຍເງິນ 9,9 ລ້ານເອີໂຣ ເພື່ອຊ່ວຍຫວຽດນາມປ່ຽນໃໝ່ປະດິດຄິດສ້າງ

ແຟງລັງໜູນຊ່ວຍເງິນ 9,9 ລ້ານເອີໂຣ ເພື່ອຊ່ວຍຫວຽດນາມປ່ຽນໃໝ່ປະດິດຄິດສ້າງ - ảnh 1
ທ່ານ​ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ຫງວຽນ​ກວນ​ຜູ້ຕາງໜ້າລັດຖະບານແຟງລັງ ລົງນາມໃນ ສັນຍາກ່ຽວ​ກັບ​ໂຄງການ​ປ່ຽນ​ໃໝ່​ປະດິດ​ຄິດ​ສ້າງ   (ພາບ: http://vnexpress.net)

(vovworld)- ວັນ​ທີ 6/3, ຢູ່​ຮ່າ​ໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ພ້ອມກັບ ຜູ້ຕາງໜ້າລັດຖະບານແຟງລັງ ລົງນາມໃນ ສັນຍາກ່ຽວ​ກັບ​ໂຄງການ​ປ່ຽນ​ໃໝ່​ປະດິດ​ຄິດ​ສ້າງ​ຫວຽດນາມ-​ແຟງ​ລັງ (IPP) ​ໄລຍະ 2 (2014-2018) . ​ໄລຍະ 2 ຂອງ​ໂຄງການ​ມີ​ຍອດ​ຄ່າ​ໃຊ້​ຈາ​ຍ 11 ລ້ານ​ເອີ​ໂຣ, ​ໃນ​ນັ້ນ, ​ແຟງ​ລັງ​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ 9,9 ​ລ້ານເອີ​ໂຣ. ກ່ວຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ​ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ຫງວຽນ​ກວນ​ໃຫ້​ຂໍ້​ສັງ​ເກດ​ວ່າ ໄລຍະ 2 ຂອງ​ໂຄງການຈະ​ປະກອບສ່ວນ​ສືບ​ຕໍ່​ປ່ຽນ​ໃໝ່​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ຂົງ​ເຂດວິທະຍາສາດ ແລະ ເຕັກໂນໂລຢີ, ສ້າງ​ເງື່ອນ​ໄຂ​ຜູກ​ຮັດ​ລະຫວ່າງ​ນັກວິທະຍາ​ສາດ, ວິ​ສາ​ຫະກິດ, ປະກອບສ່ວນ​ນຳວິທະຍາສາດ ແລະ ເຕັກໂນໂລຢີ ກາຍ​ເປັນ​ກຳລັງ​ຊຸກຍູ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ຫວຽດນາມ​ຢ່າ​ງ​ແທ້​ຈິງ. ​ໃນໄລຍະ 2 ນີ້,​ໂຄງການຈະ​ສຸມ​ໃສ່​ໜູນ​ຊ່ວຍ​ສ້າງ​ບັນດາ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບວິທະຍາສາດ ແລະ ເຕັກໂນ ໂລຢີ​ໃຫ້​ສົມບູນ​ແບບ; ​ເພີ່ມ​ທະວີ​ການ​ປ່ຽນ​ໃໝ່​ປະດິດ​ຄິດ​ສ້າງ; ໜູນ​ຊ່ວຍ, ພັດທະ​ນາ​ບັນດາ​ຜະລິດ​ຕະພັນ​ລະດົບ​ເຂດ; ສ້າງ​ຖັນ​ແຖວ​ຜູ້​ຊ່ຽວຊານ​ໃຫ້​ຄຳ​ປຶກສາ​ໃຫ້​ແກ່​ການ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​ເພື່ອ​ນູນຊ່ວຍ​ບັນດາວິ​ສາ​ຫະກິດ...

    ໄລຍະ 1 ຂອງ​ໂຄງການ​ແມ່ນ​ໄດ້​ຮັບ​ການ​ປະຕິບັດ​ແຕ່​ປີ 2009 ຫາ 2013 ດ້ວຍ​ງົບປະມານ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ແມ່ນ​ກ່ວາ 7 ລ້ານ​ເອີ​ໂຣ. ປະຈຸ​ບັນ, ​ໂຄງ​ການ​ໄດ້ ​ແລະ ພວມ​ໜູນ​ຊ່ວຍ​ກ່ວາ 60 ​ໂຄງການ​ພັດທະນາ​ຄວາມ​ສາມາດ​ຂອງ​ລະບອບ​ບັນຍັດ, ສ້າງ​ຄວາມ​ສາມາດປ່ຽນ​ໃໝ່​ປະດິດ​ຄິດ​ສ້າງ; ໜູນ​ຊ່ວຍ​ບັນດາ​ຂໍ້​ລິ​ເລີ່ມ ​ແລະ ປ່ຽນ​ໃໝ່​ປະດິດ​ຄິດ​ສ້າງຢູ່​ໃນ​ວິ​ສາ​ຫະກິດ​ຫວຽດນາມ.

ຂ່າວ/ບົດ​ອື່ນ