ແມ່ຂອງ Startup ຄັ້ງທີ 1 ປີ 2022 - ກະສິກຳທັນສະໄໝ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ເປົ້າໝາຍຂອງເວທີປາໄສແມ່ນເພື່ອຊຸກຍູ້ການກະທຳຂອງທັງພາກລັດ, ເອກະຊົນ
ແມ່ຂອງ Startup ຄັ້ງທີ 1 ປີ 2022 - ກະສິກຳທັນສະໄໝ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທີ່ເວທີປາໄສ
(ພາບ: qdnd.vn)

        ວັນທີ 20 ທັນວາ, ຢູ່ແຂວງ ດົ່ງທາບ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ດົ່ງທາບ, ຈັດເວທີປາໄສ ແມ່ຂອງ Startup ຄັ້ງທີ 1 ປີ 2022 ດ້ວຍຫົວຂໍ້ “ກະສິກຳທັນສະໄໝ, ໝູນວຽນ, ປ່ອຍອາຍພິດຕຳ”.

        ເປົ້າໝາຍຂອງເວທີປາໄສແມ່ນເພື່ອຊຸກຍູ້ການກະທຳຂອງທັງພາກລັດ, ເອກະຊົນ, ພິເສດແມ່ນກຳລັງວິສາຫະກິດມີປັດໃຈປ່ຽນແປງໃໝ່ປະດິດຄິດສ້າງ, ເພື່ອຫັນແຜນນະໂຍບາຍຂອງລັດຖະບານກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ເປັນລະອຽດຕາມກຳນົດທິດ “ພັດທະນາແບບຍືນຍົງ, ປ່ຽນແປງໃໝ່ປະດິດຄິດສ້າງ, ຮັບປະກັນຄວາມກົມກຽວຂອງທ່າແຮງທຳມະຊາດ, ພ້ອມທັງສ້າງຂີດໝາຍສະເພາະ”. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເຈິ່ນແທັງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ເນັ້ນໜັກວ່າ:

        “ກະສິກຳສີຂຽວຫຼຸດຜ່ອນການປ່ອຍອາຍພິດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນການຮຽກຮ້ອງມີຄວາມສຳຄັນຍິ່ງ ເພື່ອຮັບປະກັນການພັດທະນາແບບຍືນຍົງ, ຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕສີຂຽວ, ຮຽກຮ້ອງນຳໃຊ້ພະລັງງານໜ້ອຍກວ່າ ຍົກສູງປະສິດທິຜົນການນຳໃຊ້ຂອງເຂດຊັບພະຍາກອນທຳມະຊາດ ແລະ ຫັນໄປສູ່ແຫຼ່ງພະລັງງານ ກາກບອນຕ່ຳ, ປົກປັກຮັກສາ ແລະ ຊຸກຍູ້ການນຳໃຊ້ບັນດາເຂດຊັບພະຍາກອນທຳມະຊາດແບບຍືນຍົງ. ນີ້ແມ່ນການກຳນົດທິດສຳຄັນ ກໍແມ່ນຄວາມຮຽກຮ້ອງແບບບັງຄັບໃຫ້ຂະແໜງກະສິກຳ”.

ຕອບກັບ

ຂ່າວ/ບົດ​ອື່ນ