ແມ່ຍິງ ຫວຽດນາມ ຕອບສະໜອງສັບປະດາຊຸດເສື້ອຍາວ ຫວຽດນາມ

(VOVWORLD) - ແລະ ກໍ່ໃນຕອນຄ່ຳວັນທີ 6 ມີນາ, ຢູ່ນະຄອນ ດານັ້ງ, ສະຫະພັນແມ່ຍິງນະຄອນ ດານັ້ງ ໄດ້ຈັດລາຍການ “ຊຸດເສື້ອຍາວ - ສີສັນວັດທະນະທຳ ຫວຽດ”.
ແມ່ຍິງ ຫວຽດນາມ ຕອບສະໜອງສັບປະດາຊຸດເສື້ອຍາວ ຫວຽດນາມ - ảnh 1ແມ່ຍິງຢູ່ ດານັ້ງ ສະແດງຊຸດເສື້ອຍາວ
(ພາບ:VOV)

ໂດຍສະເຫຼີມສະຫຼອງ ວັນແມ່ຍິງສາກົນ (8 ມີນາ) ແລະ ຕອບສະໜອງສັບປະດາຊຸດເສື້ອຍາວໂດຍສະຫະພັນແມ່ຍິງ ຫວຽດນາມ ປຸກລະດົມ, ຕອນບ່າຍວັນທີ 5 ມີນາ, ຄະນະຊາວໜຸ່ມເມືອງ ຢາເລີມ (ນະຄອນ ຮ່າໂນ້ຍ) ໄດ້ຈັດການເດີນຂະບວນສະແດງນຸ່ງຊຸດເສື້ອຍາວທີ່ມີຊື່ວ່າ “ສີສັນລະດູບານໃໝ່ຢູ່ຕາມທ້ອງຖະໜົນ”. ແມ່ຍິງກ່ວາ 1.000 ຄົນໄດ້ເຂົ້າຮ່ວມລາຍການ. ເມື່ອເຂົ້າຮ່ວມການສະແດງຊຸດເສື້ອຍາວທີ່ເປັນມູນເຊື້ອ, ເອື້ອຍ ຫວູທິຖຸຍ, ຊາວ ຢາເລີມ, ແບ່ງປັນວ່າ:

        “ຂ້າພະເຈົ້າມັກນຸ່ງຊຸດເສື້ອຍາວໃນວັນບຸນຕ່າງໆຫຼາຍ ແລະ ຊຸມວັນສຳຄັນໃນປີຂ້າພະເຈົ້າກໍ່ມັກນຸ່ງຊຸດເຊື້ອຍາວ. ແຕ່ລະເທື່ອ, ເມື່ອນຸ່ງຊຸດເສື້ອຍາວ ຂ້າພະເຈົ້າເຫັນວ່າແມ່ຍິງທຸກຄົນມີສະເໜ່, ອ່ອນໂຍນ. ເມື່ອພ້ອມກັບເອື້ອຍນ້ອງແມ່ຍິງສະແດງຊຸດເສື້ອຍາວດ້ວຍສີສັນຫຼາກຫຼາຍ, ຂ້າພະເຈົ້າຮູ້ສຶກເປັນກຽດ, ເອກອ້າງທະນົງໃຈ ແລະ ມັກທີ່ສຸດ”.

        ແລະ ກໍ່ໃນຕອນຄ່ຳວັນທີ 6 ມີນາ, ຢູ່ນະຄອນ ດານັ້ງ, ສະຫະພັນແມ່ຍິງນະຄອນ ດານັ້ງ ໄດ້ຈັດລາຍການ “ຊຸດເສື້ອຍາວ - ສີສັນວັດທະນະທຳ ຫວຽດ”. ເປີດສາກລາຍການແມ່ນການສະແດງຊຸດເສື້ອຍາວຂອງນາງງາມ ຫວຽດນາມ 2022 ຮວິ່ງທິແທັງຖຸຍ. ຈາກນັ້ນ ແມ່ນບັນດາລາຍການສະແດງສິລະປະ, ການສະແດງຂອງແມ່ຍິງນຸ່ງຊຸດເສື້ອຍາວ 300 ຄົນ.

        ກໍ່ເນື່ອງໃນໂອກາດນີ້, ທີ່ແຂວງຫາຍເຢືອງ, ສະຫະພັນແມ່ຍິງ ແຂວງ ຫາຍເຢືອງ ກໍ່ໄດ້ຈັດລາຍການ “ແມ່ຍິງ ຫາຍເຢືອງ - ຊຸດເສື້ອຍາວທີ່ສວຍງາມ”.

ຕອບກັບ

ຂ່າວ/ບົດ​ອື່ນ