ແມ່ຍິງ ຫວຽດນາມ ສວມບົດບາດສຳຄັນໃນວຽກງານສ້າງສາ ແລະ ປົກປັກຮັກສາປະເທດຊາດ

(VOVWORLD) - ແມ່ຍິງ ຫວຽດນາມ ມີບົດບາດສຳຄັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ...

ເນື່ອງໃນໂອກາດສະເຫຼີມສະຫຼອງ 108 ປີວັນແມ່ຍິງສາກົນ (8/3/1910 – 8/3/2018) ແລະ ສະເຫຼີມສະຫຼອງ 1978 ປີແຫ່ງການລຸກຮື້ຂຶ້ນ ຮາຍບ່າຈຶງ, ຕອນບ່າຍວັນທີ 5 ມີນາ, ທ່ານ ເຈີ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຫະພັນແມ່ຍິງ ຫວຽດນາມ. ນະທີ່ນີ້, ທ່ານ ເຈີ່ນແທງເໝີນ ຖືວ່າ: ແມ່ຍິງ ຫວຽດນາມ ມີບົດບາດສຳຄັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ກໍ່ສ້າງລະບົບການເມືອງ… ທ່ານ ເຈີ່ນແທງເໝີນ ຫວັງວ່າ ໃນໄລຍະຈະມາເຖິງ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ແລະ ສະຫະພັນແມ່ຍິງຂັ້ນທ້ອງຖິ່ນທຸກຂັ້ນ ຈະສືບຕໍ່ສົມທົບກັບແນວໂຮມປະເທດຊາດປະຕິບັດບັນດາການເຄື່ອນໄຫວ, ບັນດາຂະບວນການແຂ່ງຂັນຮັກຊາດ, ແລະ ສືບຕໍ່ສົມທົບກັບແນວໂຮມປະເທດຊາດ ປະຕິບັດໜ້າທີ່ການເມືອງເຊິ່ງພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ມອບໝາຍໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ