ແລກປ່ຽນຄຳເຫັນກ່ຽວກັບທະເລຕາເວັນອອກຢູ່ບັນດາສະຖາບັນຄົ້ນຄ້ວາຂອງອົດສະຕາລີ

(vovworld)- ບັນດາ​ສະ​ຖາ​ບັນ​ຂອງ​ອົດ​ສະ​ຕາ​ລີ ພວມ​ສົນ​ໃຈ​ເຖິງ​ບັນດາ​ການ​ຜັນ​ແປ​ເຄັ່ງ​ຕຶງ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກ່ຽວຂ້ອງ​ເຖິງ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ວັນ​ທີ 28/5, ດຣ ຮ່ວາງ​ແອ​ງຕວນ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດການ​ທູດ​ດ ສະ​ຖາ​ບັນ​ການ​ທູດ ​ໄດ້​ເຮັດ​ວຽກ​ກັບ​ສູນ​ຄົ້ນ​ຄ້ວາ​ອາ​ເມ​ລິ​ກາ ສັງກັດ​ມະຫາວິທະຍາ​ໄລ Sydney ​ແລະ ສະ​ຖາ​ບັນ​ຄົ້ນຄ​ວ້ານະ​ໂຍບາຍ​ສາກົນ Lowy ຂອງ​ອົດ​ສະ​ຕາ​ລີ ກ່ຽວ​ກັບ​ບັນຫາ​ນີ້. ດຣ ຮ່ວາງ​ແອ​ງຕວນ ​ໄດ້​ລາຍ​ງານ​ເຖິງ​​ການ​ກະທຳ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ​ຢືນຢັນ: ບັນດາ​ການ​ກະທຳ​ຂອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ເສດຖະກິດຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ ພ້ອມ​ທັງ​ຜັນ​ຂະຫຍາຍ​ບັນດາ​ກຳ​ປັ່ນ​ຮົບ ​ແລະ ​ເຮືອບິນ ​ແມ່ນ​ການ​ກະທຳ​ລະ​ເມີດສິດ​ອະທິປະ​ໄຕ ​ແລະ ອຳນາດ​ສານ​ຂອງ​ຫວຽດນາມ​, ລະ​ເມີດ​ກົດ​ບັດ ສປຊ, ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຖະ​ແຫລ​ງການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນອອກ.

ບັນດາ​ນັກຮຽນ​ຮູ້ ​ແລະ ຜູ້​ຊ່ຽວຊານ ອົດ​ສະ​ຕາ​ລີ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ຈຸດປະສົງ​ຂອງ​ຈີນ ​ໃນ​ການ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ, ​ແລະ ທັດສະນະ​ຂອງ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ນີ້, ນະ​ໂຍບາຍ​ດຸ່ນດ່ຽງ​ຄືນ​ໃຫມ່​ຂອງ​ອາ​ເມ​ລິ​ກາ, ນະ​ໂຍບາຍ​ເພີ່ມ​ທະວີ​ຜົນ​ສະທ້ອນ​ຂອງ​ຈີນ ກໍ​ຄື​ບັນດາ​ບາດກ້າວ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ ​ເພື່ອ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ແລກປ່ຽນຄຳເຫັນກ່ຽວກັບທະເລຕາເວັນອອກຢູ່ບັນດາສະຖາບັນຄົ້ນຄ້ວາຂອງອົດສະຕາລີ - ảnh 1
ຮ້ານເຈາະນ້ຳມັນຂອງຈີນຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ
ພາບ:xahoi.com.vn

ກອງ​ປະຊຸ​ມ​ໃຫ້​ຄຳ​ປຶກສາ​ຂອງ​ສປຊກ່ຽວ​ກັບ​ມະຫາ​ສະໝຸດ​ແລະ​ກົດໝາຍ​ທະ​ເລ

(vovworld)- ​​ແຕ່​ວັນ​ທີ 27-30/5, ກອງປະຊຸມ​ຄັ້ງ​ທີ 15 ວິວັດ​ການ​ໃຫ້​ຄຳ​ປືກສາ​ຂອງ ສປຊ ກ່ຽວ​ກັບ​ມະຫາ​ສະໝຸດ ​ແລະ ກົດໝາຍ​ທະ​ເລ ພາຍ​ໃຕ້​ຫົວ​ເລື່ອງ​ວ່າ:“ບົດບາດ​ຂອງ​ສິນ​ໃນ​ນ້ຳ-​ສິນ​ທະ​ເລ​ສຳລັບ​ການ​ຄ້ຳປະກັນສະບຽງ ອາຫານ​ທົ່ວ​​ໂລກ ຖືກ​ຈັດ​ຂຶ້ນ​ຢູ່ ສຳນັກງານ ສປຊ ທີ່​ນະຄອນ ນິວຢອກ ສະຫະລັດ ອາ​ເມ​ລິ​ກາ. ທີ່​ກອງ​ປະຊຸມ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ມີ​ບົດ​ກ່າວ​ປາ​ໄສ​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ສິນ​​ໃນ​ນ້ຳ- ສິນ​ທະ​ເລ ສຳລັບການ​ຄ້ຳປະກັນ​ສະບຽງ​ອາຫານ, ພິ​ເສດ​ແມ່ນ​ຢູ່​ບັນດາ​ປະ​ເທດ​ມີ​ຝ່ັງ​ທະ​ເລ​ຍາວ, ມີພົນລະ​ເມືອງ​ເປັນ​ຈຳນວນ​ຫລວງຫລາຍຄື ຫວຽດນາມ.  ຝ່າຍ​ຫວຽດນາມ ​ໄດ້​ຮຽກຮ້ອງ​ບັນດາ​ປະ​ເທດ​ຮ່ວມ​ມື​ກັນ​ເພື​ອ່ສ້າ​ງລະບອບ​ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ແຫ​ລ່ງຜົນ​ປະ​ໂຫຍ​ດສິນ​ທະ​ເລ​​ເພື່ອ​ຮັບປະກັນ​ຈຸດໝາຍ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ຂອງ​ແຕ່ລະ​ປະ​ເທດ.  ນອກ​ນັ້ນ, ຝ່າຍ​ຫວຽດນາມ ກໍ​​ໄດ້​ເຕື້ອງ​ເຖິງ​ບັນດາ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ​ຫວ່າງ​ແລ້ວ​ນີ້​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ, ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ຫາ​ປາ​ອັນ​ຊອບ​ທຳ​ຂອງ​ຊາວ​ປະມົງ​ຫວຽດນາມ. ພິ​ເສດ ​ແມ່ນ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ເສດຖະກິ​ດຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ທີ່​ກອງ​ປະຊຸມ, ຫວຽດນາມ ​ ຮຽກ​ຮ້ອງບັນດາປະ​ເທດ​ໃນ​ພາກ​ພື້ນ ຈົ່ງ​ຮ່ວມມືກັນ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ໃນການ​ຄຸ້ມ​ຄອງ​ການ​ຫາ​ປາ​ຢູ່​ພາກ​ພື້ນ, ຫລີກ​ລ້ຽງ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ.

ອາ​ຊຽນຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູນ​ຕົ້ນຕໍ່​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຢູ່ທະ​ເລ​ຕາ​ເວັນ​ອອກ

​ດ້ວຍ​ຫົວ​ເລື່ອງ “ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ຢູ່ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ການ​ກະທົບ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ“, ສູນ​ຄົ້ນຄ້ວາ CASS-India ຂຶ້ນ​ກັບ​ກຸ່ມ​ບໍລິສັດ Stratcore ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ປຶກສາ​ຫາລື​ໂຕະມົນຢູ່​ສິງກະ​ໂປ​ໃນວັນ​ທີ 28/5. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ, ນັກຮຽນ​ຮູ້, ນັກຄົ້ນຄ້ວາ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ພົວພັນ​ສາກົນ ​ແລະ ກົດໝາຍ​ມາ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ. ນະ​ທີ່​ນີ້, ບັນດາ​ນັກ​ປາຖະກະຖາ​ໄດ້​ແລກປ່ຽນ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ​ກ່ຽວຂ້ອງ​ເຖິງ​ເລື່ອງ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຢູ່ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນມີບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ແລະ ບັນດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ​ໃນສະພາບ​ການ​ປະຈຸ​ບັນ….. ນັກ​ປາຖະກະຖາ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ກ່ຽວ​ກັບ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ​ຈີນ ​ໃນ​ການ​ຂັດ​ແຍ້​ງອະທິປະ​ໄຕ​ກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ພິ​ເສດ​ແມ່ນບັນດາ​ການ​ຜັນ​ແປ​ຫຼ້າ​ສຸດ​ ຢູ່ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ເນັ້ນໜັກ​ເຖິງ​ຄວາມ​ຈຳ​ເປັນ​ວ່າ, ອາ​ຊຽນ ​ແລະ ຈີນ ຕ້ອງ​ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ການ​ປະພຶດຢູ່ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ./.

 

ຂ່າວ/ບົດ​ອື່ນ