ແລກປ່ຽນບົດຮຽນ ການເຄື່ອນໄຫວ ຂອງສະພາປະຊາ ຊົນບັນດາແຂວງ ພູດອຍ ແລະ ພູພຽງ

ແລກປ່ຽນບົດຮຽນ ການເຄື່ອນໄຫວ ຂອງສະພາປະຊາ ຊົນບັນດາແຂວງ ພູດອຍ ແລະ ພູພຽງ - ảnh 1
ສຳນັກງານສະພາປະຊາຊົນ
(ພາບປະກອບ)

(vovworld) - ວັນ​ທີ 20/4, ຢູ່​ແຂວງ​ອຽນ​ບ໋າ​ຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ ຂອງ 14 ​ແຂວງ​ເຂດ​ພູດ​ອຍ ​ແລະ ພູ​ພຽງ​ທາງ​ພາກ​ເໜືອ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ແລກປ່ຽນ, ​ແບ່ງ​ປັນ​ບັນດາ​ບົດຮຽນ​ໝາກຜົນ​ທີ່​ບັນດລຸ​ໄດ້,​ ບັນດາ​ຄວາມ​ຫຍູ້​ງຍາກ, ຂໍ້ຕິດ​ຂັດ ​ແລະ ນຳສະ​ເໜີ​ມາດ​ຕະການ​ແກ້​ໄຂ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ. ບັນດາ​ບົດ​ທາ​ບທາມ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໄດ້​ແລກປ່ຽນ​ບົດຮຽນ ​ແລະ ມາດ​ຕະການ​ຍົກ​ສູງ​ຄຸ​ນນະພາ​ບການ​ຕິດຕາມ​ກວດກາ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຕັດສິນ​ຂອງ​ສະພາ​ປະຊາຊົນ​ແຂວງ. ມີ​ບາງ​ບົດ​ທາ​ບທາມ​ຄວາມ​ເຫັນ​ໄດ້​ເຕື້ອງ​ເຖິງ​ສະພາບ​ການ​ຕົວ​ຈິງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ​ແລະ ອະພິປາຍ​ຢູ່​ສະ​ໄໝ​ປະຊຸມ​ຄັ້ງຕ່າງ​ໆ.​.​. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລ້ວນ​ແຕ່​​ເປັນ​ເອກະສັນ​ກັນ​ຖື​ວ່າ: ການ​ຍົກ​ສູງ​ປະສິດ​ທິພາ​ບ, ປະສິດທິ​ຜົນ​ການ​ເຄື​່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ, ພິ​ເສດ​ແມ່ນ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ​ແມ່ນ​ຄວາມ​ຕ້ອງການ​ໂດຍ​ພາວະ​ວິ​ໄສ. ບາງ​ຂໍ້​ສະ​ເໜີ ກໍ​ຖືກ​ບັນດາ​ຜູ້​ແທນ​ຍົກ​ອອກ​ມາ​ເພື່ອ​ພິຈາລະ​ນະ​ຄື: ສະ​ເໜີ​ສະພາ​ແຫ່ງ​ຊາດ​ຄວນ​ຄົ້ນ​ຄ້ວາ ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການ​ປະຊາຊົນ. ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດປະກາດ​ໃຊ້​ກົດໝາ​ວວ່າ​ດ້ວຍ​ການ​ຕິດ​ຕາມ​ກວດກາ​ຂອງ​ສະພາ​ປະຊາຊົນ ​ເພື່ອ​ຮັບປະກັນ​ປະສິດທິພາບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ