ແລກປ່ຽນບົດຮຽນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ລະຫວ່າງ ຫວຽດນາມ ແລະ ຈີນ

(VOVWORLD) -ທີ່ກອງປະຊຸມສຳມະນາ, 2 ຝ່າຍເຫັນດີໂດຍຖືວ່າການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ, ເປັນພື້ນຖານ ແລະ ໄລຍະຍາວ ຂອງທຸກລາຍການເຄື່ອນໄຫວ, ໂດຍສະເພາະແມ່ນໃນສະພາບການໂລກລະບາດຜັນແປຢ່າງສັບສົນ, ແກ່ຍາວຄືໃນປະຈຸບັນ.
ແລກປ່ຽນບົດຮຽນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ລະຫວ່າງ ຫວຽດນາມ ແລະ ຈີນ - ảnh 1ກອງປະຊຸມສຳມະນາແລກປ່ຽນບົດຮຽນໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ຫວຽດນາມ - ຈີນ ທາງໄກ (ພາບ: ກະຊວງການຕ່າງປະເທດຫວຽດນາມ)

ວັນທີ 8 ທັນວາ, ກະຊວງການຕ່າງປະເທດ ແລະ ບາງທ້ອງຖິ່ນຂອງ ຫວຽດນາມ ໄດ້ສົມທົບກັບ ກະຊວງການຕ່າງປະເທດ ຈີນ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ, ອຳນາດການປົກຄອງແຂວງ ຢຸນນາມ (ຈີນ), ໄດ້ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ຫວຽດນາມ - ຈີນ ທາງໄກ. ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊູມປົວ, ການນຳບັນດາແຂວງ ດ້ຽນບຽນ, ລາຍເຈົາ, ລາວກາຍ, ຮ່າຢ່າງ (ຫວຽດນາມ) ແລະ ແຂວງ ຢຸນນາມ (ຈີນ) ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ.

ທີ່ກອງປະຊຸມສຳມະນາ, 2 ຝ່າຍເຫັນດີໂດຍຖືວ່າການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ, ເປັນພື້ນຖານ ແລະ ໄລຍະຍາວ ຂອງທຸກລາຍການເຄື່ອນໄຫວ, ໂດຍສະເພາະແມ່ນໃນສະພາບການໂລກລະບາດຜັນແປຢ່າງສັບສົນ, ແກ່ຍາວຄືໃນປະຈຸບັນ.

ການນຳບັນດາທ້ອງຖິ່ນເຫັນດີໂດຍຖືວ່າ, ໄປຄຽງຄູ່ກັບການໜູນຊ່ວຍຈາກສູນກາງ, ບັນດາທ້ອງຖິ່ນຕ້ອງເປັນເຈົ້າການ ຂຸດຄົ້ນທ່າແຮງຂອງຕົນໃຫ້ດີກວ່າອີກ, ສຸມໃສ່ລະດົມທຸກແຫຼ່ງກຳລັງທີ່ມີຢູ່ແລ້ວແນໃສ່ສ້າງວຽກເຮັດງານທຳຫຼາຍກວ່າ, ຍົກສູງຄຸນນະພາບການແພດ, ການສຶກສາ, ການດຳລົງຊີວິດທຳມາຫາກິນຂອງປະຊາຊົນ, ພິເສດແມ່ນປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ