ແລກປ່ຽນບົດຮຽນຍົກສູງກຳລັງຄວາມສາມາດຂອງກົງຈັກຊ່ວຍວຽກສະພາແຫ່ງຊາດ ຫວຽດນາມ - ກຳປູເຈຍ

(VOVWORLD) - ຕອນບ່າຍວັນທີ 22 ມີນາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຫງວຽນແຮ້ງຟຸກ ໄດ້ມີການເຮັດວຽກກັບທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ກຳປູເຈຍ Leng Peng Long. 
ແລກປ່ຽນບົດຮຽນຍົກສູງກຳລັງຄວາມສາມາດຂອງກົງຈັກຊ່ວຍວຽກສະພາແຫ່ງຊາດ ຫວຽດນາມ - ກຳປູເຈຍ - ảnh 1 ທີ່ການເຮັດວຽກ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸກ ໄດ້ສະເໜີ 2 ຝ່າຍຊຸກຍູ້ການແລກປ່ຽນບັນດາຄະນະນັກຄົ້ນຄວ້າ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ. ສະພາແຫ່ງຊາດ ຫວຽດນາມ - ກຳປູເຈຍ ກໍ່ຄວນສືບຕໍ່ການໜູນຊ່ວຍ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ກົງຈັກຊ່ວຍວຽກຂອງ 2 ຝ່າຍ, ຕາມຄວາມສາມາດຕົວຈິງຂອງແຕ່ລະຝ່າຍ, ເໝະສົມກັບໂຄງການຮ່ວມມືລວມລະຫວ່າງສະພາແຫ່ງຊາດ 2 ປະເທດ.

        ສ່ວນທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ກຳປູເຈຍ Leng Peng Long ໄດ້ຢັ້ງຢືນວ່າ ການພົວພັນລະຫວ່າງ 2 ປະເທດ ແມ່ນພື້ນຖານຂອງການເພີ່ມພູນຄູນສ້າງ, ຮັດແໜ້ນການຮ່ວມມືອັນດີງາມລະຫວ່າງສະພາແຫ່ງຊາດ ຫວຽດນາມ  - ກຳປູເຈຍ, ຜ່ານນັ້ນ ປະກອບສ່ວນຍົກສູງບົດບາດຂອງອົງການນິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ