ແລກປ່ຽນວັດທະນະທຳ, ສິລະປະລະຫວ່າງ 2 ແຂວງ ກວາງນາມ -ເຊກອງ

ແລກປ່ຽນວັດທະນະທຳ, ສິລະປະລະຫວ່າງ 2 ແຂວງ ກວາງນາມ -ເຊກອງ - ảnh 1
(ພາບປະກອບ)

(vovworld) -     ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​​ເຊັນນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ. ຕອນ​ຄໍ່າ​ວັນ​ທີ 15/9, ຢູ່​​ເມືອງ ຟູ໋ນິງ, ​ແຂວງກວ້າງ​ນາມ ​ໄດ້​ດຳ​ເນີນ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສິລະ​ປະ​ກວາງ​ນາມ - ​ເຊ​ກອງ. ທີ່​ການ​ພົບ​ປະ​ແລກປ່ຽນ,​ບັນດາ​ນັກ​ສິລະ​ປິນ, ນັກສະ​ແດງ​ຂອງ​​ແຂວງ​ກວາງ​ນາມ ​ແລະ ​ເຊ​ກອງ ​ໄດ້​ສະ​ແດງ​ບັນດາ​ລາຍການ​ສິລະ​ປະ​ທີ່​​ເປັນ​ເອກະລັກ​ສະ​ເພາະ, ​ເຕັມ​ໄປ​ດ້ວຍ​ຄວາມ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ລາວ. ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສິລະ​ປະ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ໃນ​ສາຍ​ພົວພັນ​ຮ່ວມ​ມືມິດຕະພາບ​ລະຫວ່າງ​ສອງ​ຊາດ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ລະຫວ່າງ​ແຂວງ​ກວາງ​ນາມ - ​ເຊ​ກອງ​ເວົ້າ​ສະ​ເພາະ, ພິ​ເສດ​ແມ່ນ​ໃນ​ຍາມ​ທີ່​ສອງ​ປະ​ເທດ​ພວມ​ຈັດ​ຕັ້ງ​ເຫດການ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ ​ແລະ ປີ​ສາມັກ​ຄີ​ມິດຕະພາບ​ຫວຽດນາມ - ລາວ 2012.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ບ່າຍວັນດຽວ​ກັນ, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ​ກວາງ​ນາມ ​ໄດ້​ຈັດ​ຕັ້ງ​ບັນດາລາຍການ​ທີ່​ມີ​ຄວາມໝາຍ ​ເພື່ອຕອບ​ສະ​ໜອງປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ ຄື; ຖະຫວາຍ​ທູບ​ທຽນ​ຢູ່​ອະນຸສາ​ວະລີ​ນັກຮົບ​ທີ່​ເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດ Tam Ky; ພົບ​ປະ​ແລກປ່ຽນ​ມູນ​ເຊື້ອ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ