ແຫ່ຂະບວນປະທ້ວງຄັດຄ້ານຮູບເງົາເລື່ອງແຕະຕ້ອງເຖິງກຽດສັກສີສາສະຫນາອິດສະລາມ

 ແຫ່ຂະບວນປະທ້ວງຄັດຄ້ານຮູບເງົາເລື່ອງແຕະຕ້ອງເຖິງກຽດສັກສີສາສະຫນາອິດສະລາມ - ảnh 1
ຊາວ​ມຸດ​ສະລິ​ມ ຢູ່ ​ໄທຄັດຄ້ານ ຮູບ​ເງົາ​ເລື່ອງ​​ແຕະຕ້ອງ​ເຖິງ​ກຽດ​ສັກ​ສີ​ສາສະຫນາ​ອິດສະ​ລາມ

(vovworld) - ວັນ​ທີ 18/9, ຊາວ​ມຸດ​ສະລິ​ມ ຢູ່ ​ໄທ ນັບ​ຮ້ອຍ​ຄົນ ​ໄດ້​ເຕົ້າ​ໂຮມກັນ​ຕໍ່ຫນ້າ​ສຳນັກງານ​ສະຖານທູດ ອາ​ເມ​ລິ​ກາ ຢູ່ ບາງກອກ ​ເພື່ອ​ຄັດຄ້ານ ຮູບ​ເງົາ​ເລື່ອງ​​ແຕະຕ້ອງ​ເຖິງ​ກຽດ​ສັກ​ສີ​ສາສະຫນາ​ອິດສະ​ລາມ ທີ່ມີ​ເນື້ອ​ໃນ​ຊື່​ງ​ເຂົາ​ເຈົ້າ​ຖື​ວ່າ ​ເຢາະ​ເຢີ້ຍນັກ​​ໂຫລະ​ສາດ Mohammed. ບັນດາ​ຜູ້​ແຫ່​ຂະ​ບວນ​ໄດ້​​ຮ້ອງໂຮຄຳ​ຂວັນ​ຄັດຄ້ານ​ອາ​ເມ​ລິ​ກາ ​ແລະ ບັນດາ​ຊາວ​ມຸດ​ສະ​ລິ​ມ​ໃນ​ທ່ົວ​ໂລກ ບໍ່​ສາມ​າດຮັບ​ຮູ້​ການ​ເຢາະ​ເຢີ້ຍດັ່ງກ່າວໄດ້. ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ​ໄທ ​ໄດ້​ປະກາດ​ອັດ​ປະຕູ​ໃນ​ຕອນ​ທ່ຽງວັນ​ທີ 18/9 ​ເພື່ອ​ຮັບ​ມື​ກັບ​ແຜນການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ຮູບ​ເງົາ​ເລື່ອງ​ແຕະຕ້ອງກຽດສັກສີສາສະຫນາ​ອິດສະ​ລາມ​ຢູ່​ທີ່ນີ້. ​ໂຄສົກ​ສະຖານທູດ​ອາ​ເມ​ລິ​ກາ ສະແດງຄວາມ​ວິຕົກ​ກັງວົນ​ວ່າ ການ​ແຫ່​ຂະ​ບວນປະ​ທ້ວງ​ອາດ​ຈະ​ກາຍ​ເປັນ​ການ​​ແຫ່ຂະ​ບວນ​ໃຊ້​ຄວາມ​ຮຸນ​ແຮງ ພ້ອມ​ທັງ​ຮຽກຮ້ອງ​ໃຫ້ວົງ​ຄະນາ​ຍາດ ອາ​ເມ​ລິ​ກາ ຢູ່ ​ໄທ ຕ້ອງ​ມີ​ຄວາມລະມັດ​ລະວັງ ແລະ ຫລີກ​ລ້ຽງ​ບັນດາ​ບໍລິ​ເວນ​ຕໍ່ເກີດ​ການ​ແຫ່​ຂະ​ບວນປະທ້ວງ.

ຂ່າວ/ບົດ​ອື່ນ