ແຫ່ຂະບວນປະທ້ວງຢູ່ອີຣານຄັດຄ້ານອາຣັບບີຊາອຸດິປະຫານຊີວິດບາດຫຼວງອິດສະລາມ

ແຫ່ຂະບວນປະທ້ວງຢູ່ອີຣານຄັດຄ້ານອາຣັບບີຊາອຸດິປະຫານຊີວິດບາດຫຼວງອິດສະລາມ - ảnh 1
ປະຊາຊົນ ອີຣານ ນັບໝື່ນຄົນເຂົ້າຮ່ວມການແຫ່ຂະບວນປະທ້ວງ
(ພາບ: AFP)

(vovworld) - ວັນ​ທີ 8/1, ປະຊາຊົນ​ນັບ​ໝື່ນ​ຄົນ​​ໃນ​ທົ່ວ​ປະ​ເທດ ອີຣານ ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ເຫດການ ອາຣັບບີ ຊາ​ອຸ​ດິ ປະຫານ​ຊີວິດ​ບາດຫຼວງ​ອິດ​ສະ​ລາມ ນິກາຍ ຊີ​ອາ Nimr al – Nimr ​ເມື່ອ​ວັນ​ທີ 2/1. ການ​ແຫ່​ຂະ​ບວນປະ​ທ້ວງ​ດຳ​ເນີນ​ໄປ​ພາຍຫຼັງ​ສະພາ​ປະສານ​ງານ​ໂຄສະນາ​ອິດສະ​ລາມ ອີ​ຣານ ຮຽກຮ້ອງ​ປະຊາ​ຊົນປະ​ເທດ​ນີ້​ຄັດຄ້ານ​ເລື່ອງ​ປະຫານ​ຊີ​ວິດ​ທ່ານ Nimr al – Nimr ​ໃນ​ວັນ​ທີ 7/1. ຢູ່​ນະຄອນຫຼວງ ​ເຕ​ເຮຣານ, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​​ໄດ້​ກ່າວ​ປະນາມ​ເຫດການ ອາຣັບບີ ຊາ​ອຸ​ດິ ປະຫານ​ຊີວິດ​ທ່ານ Nimr al – Nimr ​ເມື່ອ​ຮ້ອງ​ໂຮ​ຄຳ​ຂວັນຄັດຄ້ານ​ປະ​ເທດນີ້, ພ້ອມ​ກັບ ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ,​ ​ບັນດາ​ປະ​ເທດ​ຊຶ່ງ​ເຂົາ​ເຈົ້າ​ຖື​ວ່າ​ແມ່ນ “ພັນທະ​ມິດ” ​ແລະ “ປະ​ເທດ​ໜູນ​ຫຼັງ” ຂອງ​ອຳນາດ​ການ​ປົກຄອງ ອາຣັບບີ ຊາ​ອຸ​ດິ.

ຂ່າວ/ບົດ​ອື່ນ