ແອັດສະປາຍ, ຝລັ່ງ ເຫັນດີ ປົກປ້ອງຂະແຫນງອຸດສາຫະກຳ ເອີລົບ

(VOVWORLD) -ວັນທີ 19 ມັງກອນ, ທ່ານ Pedro Sanchez, ນາຍົກລັດຖະມົນຕີ ແອດສະປາຍ ຖືວ່າ ບັນດາຄວາມມານະພະຍາຍາມຂອງ ອາເມລິກາ ເພື່ອແນໃສ່ຊຸກຍູ້ເຕັກໂນໂລຊີຂຽວ ບໍ່ໝາຍຄວາມວ່າກໍ່ຄວາມເສຍຫາຍຕໍ່ຂະແຫນງອຸດສາຫະກຳຂອງ ເອີລົບ.
ແອັດສະປາຍ, ຝລັ່ງ ເຫັນດີ ປົກປ້ອງຂະແຫນງອຸດສາຫະກຳ ເອີລົບ - ảnh 1ປະທານາທິບໍດີ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ແອດສະປາຍ Pedro Sánchez ຢູ່ Barcelona ໃນວັນທີ 19/1. (ພາບ:AP)

ຄຳປາໄສດັ່ງກ່າວໂດຍແມ່ນທ່ານນາຍົກລັດຖະມົນຕີ Pedro Sanchez ຍົກອອກມາໃນການຖະແຫລງຂ່າວຢ່າງເປັນທາງການ ພາຍຫລັງເຊັນສົນທິສັນຍາສອງຝ່າຍສະບັບໃຫມ່ ກັບ ປະທານາທິບໍດີ ຝລັ່ງ Emmanuel Macron ຢູ່ ນະຄອນ Barcelona , ປະເທດ ແອດສະປາຍ. ການປຶກສາຫາລືກ່ຽວກັບນະໂຍບາຍອຸດສາຫະກຳ ລະຫວ່າງ ແອດສະປາຍ ແລະ ຝລັ່ງ ດຳເນີນໃນສະພາບການ ສະຫະພາບເອີລົບ ພວມໂຕ້ຖຽງກັນກ່ຽວກັບວິທີໂຕ້ຕອບກັບບັນດາມາດຕະການຫນູນຊ່ວຍຂອງລັດຖະບານ ຕາມກົດໝາຍວ່າດ້ວຍການຫລຸດຜ່ອນໄພເງິນເຟີ້ (IRA) ຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ