ແອັດສະປາຍ: ລັດຖະສະພາ Catalonia ຖືກຍຸບເລີກຢ່າງເປັນທາງການ

(VOVWORLD) -ວັນທີ 30 ຕຸລາ, ເຈົ້າໜ້າທີ່ແອັດສະປາຍ ທ່ານໜຶ່ງໃຫ້ຮູ້ວ່າ, ລັດຖະສະພາ Catalonia ຖືກຍຸບເລີກຢ່າງເປັນທາງການ ແລະ ປະທານອົງການນີ້ຈະນຳໜ້າຄະນະກຳມະການຫັນປ່ຽນລວມມີບັນດາສະມາຊິກລັດຖະສະພາຈົນເຖິງການຈັດການເລືອກຕັ້ງທ້ອງຖິ່ນ ເຊິ່ງຈະດຳເນີນໃນວັນທີ 21 ທັນວາ.
ແອັດສະປາຍ: ລັດຖະສະພາ Catalonia ຖືກຍຸບເລີກຢ່າງເປັນທາງການ - ảnh 1(ພາບປະກອບ: EPA)

ໂຄສົກຂອງລັດຖະສະພາໂດຍບໍ່ເຜີຍຊື່ໃຫ້ຮູ້ວ່າ, ທ່ານປະທານລັດຖະສະພາ Carme Forcadell ໄດ້ຍົກເລີກກອງປະຊຸມລັດຖະສະພາເຂດໃນວັນທີ 30 ຕຸລາ ທີ່ໄດ້ຂຶ້ນແຜນກ່ອນໜ້ານັ້ນແລ້ວ.

        ແລະກໍ່ໃນວັນດຽວກັນ, ພັກ PDeCAT ຂອງທ່ານອະດີດຜູ້ວ່າການເຂດ Puigdemont ຖະແຫຼງວ່າ ຈະເຂົ້າຮ່ວມການເລືອກຕັ້ງກ່ອນກຳນົດເວລາຢູ່ Catalonia ໂດຍອຳນາດການປົກຄອງສູນກາງ ແອັດສະປາຍ ດຳເນີນໃນວັນທີ 21 ທັນວາ ຈະມາເຖິງ. ໃນຂະນະນັ້ນ, ແຫຼ່ງຂ່າວຈາກລັດຖະບານ ແອັດສະປາຍ ໃຫ້ຮູ້ວ່າ, ປະຈຸບັນທ່ານ Puigdemont ພວມຢູ່ແບນຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ