ແອດສະປາຍ ຮັບຮູ້ໝາກຜົນການເລືອກຕັ້ງປະທານາທິບໍດີ ຢູ່ ເວເນຊູເອລາ

ແອດສະປາຍ ຮັບຮູ້ໝາກຜົນການເລືອກຕັ້ງປະທານາທິບໍດີ ຢູ່ ເວເນຊູເອລາ - ảnh 1
ທ່ານປະທານາທິບໍດີ​ຄົນ​ໃໝ່ Nicolas Maduro
(ພາບ: reuters.com)
(vovworld) –  ແອດ​ສະ​ປາຍ ​ໄດ້​ປະກາດ​ຮັບ​ຮູ້​ທ່ານ Nicolas Maduro ​ແມ່ນ​ປະທານາທິບໍດີ​ຄົນ​ໃໝ່​ຂອງເວ​ເນ​ຊູ​ເອລາ ຢ່າງ​ເປັນ​ທາງ​ການ, ພາຍຫຼັງ​ທີ​ປະ​ເທດ​ນີ້​ສະ​ແດງຄວາມ​ສົງ​ໄສ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ. ​ໃນຖະ​ແຫຼ​ງການທີ່​ຖືກ​ຍົກ​ອອກ​ມາ​​ເມື່​ອ​ວັນ​ທີ 16/04, ກະຊວງ​ການ​ຕ່າງປະ​ເທດແອດ​ສະ​ປາຍ ຊີ້​​ແຈ້ງວ່າ ພາຍ​ລັງ​ປະຕິບັດ​ສຳ​ເລດບັນດາ​ລະບຽບ​ການ​ລັດຖະທຳ​ມະນູນ ​ແລະ ນິຕິ​ກຳ​ແລ້ວ, ລັດຖະບານ ແອດ​ສະ​ປາຍ ​ເຄົາລົບ​ຖະ​ແຫຼງການ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​​ແຫ່ງ​ຊາດ ເວ​ເນ​ຊູ​ເອລາ (CNE).

        ຕາມ​ໝາກຜົນ​ໂດຍ CNE ປະກາດ​ໃນຕອນ​ຄໍ່າ​ວັນ​ທີ 14/04, ດ້ວຍ 99,12% ຈຳນວນ​ບັດ​ເລືອກ​ຕັ້ງໄດ້​ຮັບນັບ​ບັດ, ສິດ​ເປັນ​ປະທານາທິບໍດີ Maduro ​​ຍາດ​ໄດ້​ໄຊຊະນະ​ດ້ວຍ 50,66% ຈຳນວນ​ບັດ​ສະໜັບ​ສະໜູນ ​ເມື່ອ​ທຽບ​ໃສ່ 49,07% ຈຳ​ນວນ​ບັດ​ສະໜັບສະໜູນຂອງຄູ່​ແຂ່ງ​ທ່ານ Henrique Capriles ​ແລະ ​ທ່ານ Nicolas Maduro ​ໄດ້​ກາຍ​ເປັນຜູ້​ສືບ​ທອດອາຍຸ​ການອະດີດປະທານາທິບໍ​ດີ Hugo Chavez.

ຂ່າວ/ບົດ​ອື່ນ