ແອັດ​ສະ​ປາຍ​ເປີດ​ປະ​ຕູ​ດ່ານ​ຊາຍ​ແດນ ກັບ​ບັນ​ດາ​ປະ​ເທດ EU ເກືອບ​ທັງ​ໝົດ

(VOVWORLD) -ວັນທີ 21ມິຖຸນາ, ແອັດສະປາຍ ໄດ້ເປີດປະຕູດ່ານຊາຍແດນໃຫ້ແຂກທ່ອງທ່ຽວທີ່ ມາຈາກ EU ແລະ ເຂດ Schengen ເກືອບທັງໝົດ ເພື່ອແນໃສ່ເພີ່ມທະວີການດຶງດູດກແຂກທ່ອງທ່ຽວ ເມື່ອປະເທດຍົກເລີກສະພາບວະສຸກເສີນທີ່ໄດ້ຮັບການນຳໃຊ້ແຕ່ວັນທີ 14 ເມສາ ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ Covid -19.
ແອັດ​ສະ​ປາຍ​ເປີດ​ປະ​ຕູ​ດ່ານ​ຊາຍ​ແດນ ກັບ​ບັນ​ດາ​ປະ​ເທດ EU ເກືອບ​ທັງ​ໝົດ - ảnh 1

ກຳລັງປ້ອງກັນແອັດສະປາຍກວດບັນດາພາຫະນະຢູ່ປ້ອມກວດກາແຫ່ງໜຶ່ງຢູ່ເຂດຊາຍແດນລະຫ່ວາງ ແອັດສະປາຍ - ຕວັກກີ (ພາບ: AFP/TTXVN)

ຢູ່ບັນດາສະໜາມບິນ, ອາດຈະເຫັນມີຜູ້ໂດຍສານເປັນຈຳນວນຫຼາຍກັບຈາກຕ່າງປະເທດມາ ແອັດສະປາຍ ຫຼືຈາກແອັດສະປາຍກັບເມືອປະເທດພາຍຫຼັງການປິດເມືອງມາເປັນເວລາຫຼາຍເດືອນ.

        ທ່ານລັດຖະມົນຕີກະຊວງສາທາລະນະສຸກ ແອັດສະປາຍໃຫ້ຮູ້ວ່າ: ມີ 3 ມາດຕະການຄວບຄຸມສຳລັບແຂກທ່ອງທ່ຽວ: “ບັດຕິດຕາມຂອງແຂກທ່ອງທ່ຽວ” ດ້ວຍຂໍ້ມູນພື້ນຖານກ່ຽວກັບລາຍການເດີນທາງ ແລະ ອາການສຸຂະພາບຂອງເຂົາເຈົ້າ, ວັດແທກອຸນຫະພູມຮ່າງກາຍ ແລະ “ຄວບຄຸມດ້ວຍການສັງເກດໂດຍກົງ” ເພື່ອແນໃສ່ຮັບປະກັນວ່າແຂກທ່ອງທ່ຽວມີສຸຂະພາບແຂງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ