ແຮງງ​ານ ຫວຽດ​ນາມ ເຂົ້າ​ຮ່ວ​ມ​​ງານ​ບຸນ​ແຮງ​ງານ​​ຕ່າງ​ປະ​ເທດ​ຢູ່ ສ.ເກົາຫຼ​ີ

(VOVWORLD) - ວັນທີ 8 ກັນຍາ, ດ້ວຍການໜູນຊ່ວຍຂອງຄະນະຄຸ້ມຄອງແຮງງານ ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ຫ້ອງການຄຸ້ມຄອງແຮງງານ ຫວຽດນາມ ຕາມໂຄງການອອກໃບໜັງສືອະນຸຍາດອອກແຮງງານໃຫ້ແກ່ແຮງງານຕ່າງປະເທດຂອງ ລັດຖະບານ ສ.ເກົາຫຼີ (ຂຽນຫຍໍ້ແມ່ນ ໂຄງການ EPS).
ແຮງງ​ານ ຫວຽດ​ນາມ ເຂົ້າ​ຮ່ວ​ມ​​ງານ​ບຸນ​ແຮງ​ງານ​​ຕ່າງ​ປະ​ເທດ​ຢູ່ ສ.ເກົາຫຼ​ີ - ảnh 1ງານບຸນແຮງງານຕ່າງປະເທດຢູ່ ສ.ເກົາຫຼີ (ພາບ: PV/Vietnam+) 

ມີ ແຮງງານຊາວ ຫວຽດນາມ ນັບຮ້ອຍໆຄົນທີ່ມາຈາກຫຼາຍແຫ່ງຢູ່ສ.ເກົາຫຼີ ໄດ້ມາເຂົ້າຮ່ວມງານບຸນແຮງງານຕ່າງປະເທດ, ເຊິ່ງໄດ້ຈັດຕັ້ງຢູ່ສະໜາມກິລາ Jangchung ຢູ່ໃຈກາງນະຄອນຫຼວງ ເຊີອູນຂອງ ສ.ເກົາຫຼີ. ເຂົ້າຮ່ວມງານບຸນມີຜູ້ຕາງໜ້າການນຳກະຊວງແຮງງານ ແລະ ວຽກເຮັກງານທຳ ສ.ເກົາຫຼີ, ອົງການພັດທະນາແຫຼ່ງຊັບພະຍາກອນມະນຸດ (HRD) ສ.ເກົາຫຼີ, ເອກອັກຄະລັດຖະທູດຂອງ 16 ປະເທດທີ່ສົ່ງແຮງງານໄປເຮັດວຽກຢູ່ ສ.ເກົາຫຼີ, ພ້ອມກັບຜູ້ອອກແຮງງານ 3000 ຄົນ ທີ່ມາຈາກ 16 ປະເທດດັ່ງກ່າວ.

        ທີ່ງານບຸນ, ບັນດາປະເທດທີ່ສົ່ງຜູ້ອອກແຮງງານໄປສ.ເກົາຫຼີ ໄດ້ເປີດບັນດາຮ້ານວາງສະແດງແນະນຳຜະລິດຕະພັນທີ່ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ. ຮ້ານວາງສະແດງສິນຄ້າຂອງ ຫວຽດນາມໄດ້ປະດັບປະດາຢ່າງພົ້ນເດັ່ນ, ເຂັ້ມຂຸ້ມໄປດ້ວຍສີສັນປະເທດຊາດດ້ວຍທຸງຊາດ, ກຸບ,  ເສື້ອຍາວ, ພາບຖ່າຍ ກ່ຽວກັບບັນດາງານບຸນວັດທະນະທຳປະເທດຊາດ, ປູຊະນີຍະສະຖານ ແລະ ການພັດທະນາຂອງປະເທດຊາດໃນເວລາມໍ່ໆມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ