ໂຄງ​ການ Plan ໜູນ​ຊ່ວຍ ກວ໋າງ​ຈິ ເປັນຈຳ​ນວນ​ເງິນກວ່າ 1,3 ຕື້​ດົ່ງ ເພື່ອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ເຂດມີໂຄງການ Plan ຢູ່ ແຂວງກວ໋າງຈິ ຫາກໍຕົກລົງໜູນຊ່ວຍ ເມືອງ ເຮື໊ອງຮວ໊າ ແລະ ດັກຣົງ, ແຂວງກວ໋າງຈິ ເປັນຈຳນວນເງິນກວ່າ 1,3 ຕື້ດົ່ງ ເພື່ອຊື້ອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

 ນອກຈາກນັ້ນ, ໂຄງການ Plan ຍັງໜູນຊ່ວຍໂຮງຮຽນແຫ່ງຕ່າງໆປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ກະກຽມຕ້ອນຮັບນັກຮຽນກັບມາໂຮງຮຽນຢ່າງປອດໄພ ພາຍຫຼັງມີແຜນໃຫ້ນັກຮຽນກັບຄືນສູ່ການຮຽນເປັນປົກກະຕິ; ປົກປ້ອງເດັກ ແລະ ນັກຮຽນເຂດພູດອຍ, ເຂດຊາວເຜົ່າສ່ວນໜ້ອຍ... ທ່ານ ຟານດິ່ງຮຽບ, ຜູ້ບໍລິຫານເຂດໂຄງການ Plan ຢູ່ ກວ໋າງຈິ ໃຫ້ຮູ້ວ່າ:

        “ຕາມຄຳຮຽກຮ້ອງຂອງແຂວງ, ຄະນະຊີ້ນຳວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດຂອງແຂວງແລ້ວ, ຜູ້ບໍລິຫານເຂດມີໂຄງການ ໄດ້ໃຫ້ການໜູນຊ່ວຍຢ່າງຮີບດ່ວນເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ສຳລັບບັນດາຕາແສງ, ອົງການຄູ່ຮ່ວມມື ເຊິ່ງພວມຜັນຂະຫຍາຍໂຄງການ Plan, ທາງຄູ່ຮ່ວມມືຈະຊື້ອຸປະກອນການແພດ, ຊຸດປ້ອງກັນເຊື້ອພະຍາດ, ຜ້າອັດປາກ, ສະບຽງອາຫານທີ່ຈຳເປັນ ໃຫ້ແກ່ບັນດາເຂດແຍກຕົວລວມໝູ່”.


 

ຕອບກັບ

ຂ່າວ/ບົດ​ອື່ນ