ໂຄງ​ການ​ຂໍ້​ລິ​ເລີ່ມ​​ຂອງ ໄວ​​ໜຸ່ມ ຫວຽດ​ນາມ - InnoCity 2021 ຈະ​ຖືກ​ປະ​ກາດຢ່າງ​ເປັນ​ທາງ​ການ​ໃນ​ໄວໆ​ນີ້

(VOVWORLD) -ວັນທີ 19 ສິງຫາ, ພິທີປະກາດໂຄງການຂໍ້ລິເລີ່ມຂອງ ໄວໜຸ່ມ ຫວຽດນາມ - InnoCity 2021 ຈະໄດ້ຮັບການຈັດຕັ້ງຕາມຮູບການທາງໄກ, ສົມທົບກັບການຈັດໂດຍກົງ ຢູ່ຫຼາຍສະຖານທີ່ຖ່າຍທອດສົດ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຖັດຈາກນັ້ນ, ຮອດເດືອນຕຸລາ ປີ 2021, ໂຄງການຈະໄດ້ຮັບການດຳເນີນຕາມຮູບການທາງໄກ, ສົມທົບກັບການຈັດໂດຍກົງ ຢູ່ເອີລົບ ແລະ ຫວຽດນາມ. ມີຂໍ້ລິເລີ່ມ 50 ຂໍ້ ທີ່ດີເດັ່ນທີ່ສຸດຈະກ້າວເຂົ້າສູ່ລະບົບການເຄື່ອນໄຫວລົງເລິກຢ່າງເປັນທາງການ ກັບບັນດານັກຊ່ຽວຊານແຖວໜ້າໃນຫຼາຍຂົງເຂດ. ເຫດການ InnoCity Summit ຈະດຳເນີນພາຍໃນ 2 ວັນ ໃນເດືອນ ທັນວາ ປີ 2021 ດ້ວຍບັນດາການເຄື່ອນໄຫວພູມປັນຍາ, ສະແດງສິລະປະ, ໂອ້ລົມສົນທະນາ, ເຊື່ອມຕໍ່ການລົງທຶນ, ສະເໜີຂໍ້ລິເລີ່ມ... ມີຜູ້ແທນ, ນັກຊ່ຽວຊານ, ການນຳບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ວິສາຫະກິດ ກ່ວາ 200 ຄົນ ແລະ ຊາວໜຸ່ມນັບພັນຄົນເຂົ້າຮ່ວມເຫດການເພື່ອເລື່ອກເອົາ “Vietnam Innovation Rising Star” ໃນບັນດາຂົງເຂດຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ