ໂຄງການຈຸດໝາຍແຫ່ງຊາດໄລຍະ2016-2020:ຫລຸດຜ່ອນອັດຕາຄອບຄົວທຸກຍາກລົງແຕ່1-1,5%/ປີ

ໂຄງການຈຸດໝາຍແຫ່ງຊາດໄລຍະ2016-2020:ຫລຸດຜ່ອນອັດຕາຄອບຄົວທຸກຍາກລົງແຕ່1-1,5%/ປີ - ảnh 1
ພາບປະກອບ
(vovworld) – ນາຍົກລັດຖະມົນຕີຫາກໍ່​​ອະນຸມັດ​ຜ່ານ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໄລຍະ 2016 -2020. ​ໂຄງການ​​ໄດ້​ວາງ​ຈຸດໝາຍ​ລະອຽດ​ປະກອບສ່ວນ​ຫລຸ​ດຜ່ອນ​ອັດຕາ​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດສະ​ເລ່ຍ 1 – 1,5%/ປີ (ສະ​ເພາະ​ບັນດາ​ເມືອງ​ທຸກ​ຍາກ, ຕາ​ແສງ​ທຸກ​ຍາກ​ຫລຸດຜ່ອນ 4%/ປີ, ຄອບຄົວ​ທຸກ​ຍາກ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ຫລຸດ​ລົງ​ແຕ່ 3- 4%/ປີ) ຕາມ​ມາ​​ດຖານຄວາມ​ທຸກ​ຍາກ​ຫຼາຍ​ສົ້ນ. ປັບປຸງ​ການທຳ​ມາ​ຫາ​ກິ​ນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​​ເປັນ​ຢູ່​ຂອງ​ຜູ້​ທຸກ​ຍາກ, ຮັບປະກັນ​ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຮອດ​ທ້າຍ​ປີ 2020 ​ເພີ່ມ​ຂຶ້ນ 1,5 ​ເທື່ອ​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2015.  ພື້ນຖານ​ໂຄ​ງລ່າງ ​ເສດຖະກິດ - ສັງຄົມ​ຢູ່​ບັນ​ດາ​ເມືອງ, ຕາ​​ແສງ​ທຸກ​ຍາກ, ບ້ານ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ​ໄດ້​ສຸມ​ໃສ່​ລົງທຶນ​ຄົບ​ຊຸດ​ຕາມ​ມາດຖານ​ຊົນນະບົດ​ໃໝ່… ຍອດ​ຈຳນວນ​ເງິນ​ປະຕິບັດ​ໂຄງ​ການ​ແມ່ນ 48.000 ຕື້​ດົ່ງ. ​ໂຄງ​ການ​ໄດ້​ປະຕິບັດ​ໃນ​ຂອບ​​ເຂ​ດທົ່ວ​ປະ​ເທດ, ​ໃຫ້ບຸລິມະສິດ​ແກ່​ແຫຼ່ງກຳລັງ​ຂອງ​ໂຄງການ​ລົງທຶນ​ໃຫ້​ເມືອງ​ທຸກ​ຍາກ, ຕາ​ແສງ​ທຸກ​ຍາກ.


ຂ່າວ/ບົດ​ອື່ນ