ໂຄງການຕັ້ງຖິ່ນຖານຄົງທີ່ຂອງອິດສະລາແອນນາບຂູ່ເຖິງສັນຕິພາບຢູ່ຕາເວັນອອກກາງ

ໂຄງການຕັ້ງຖິ່ນຖານຄົງທີ່ຂອງອິດສະລາແອນນາບຂູ່ເຖິງສັນຕິພາບຢູ່ຕາເວັນອອກກາງ - ảnh 1
ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ
(ພາບອິນເຕີແນັດ)

(vovworld) - ​​ ວັນ​ທີ 28/12, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ກ່າວ​ເຕື່ອນ​ໂຄງການກໍ່​ສ້າງ​ເຮືອນຢູ່​​ຂອງ ອິດສະ​ລາ​ແອັນ ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ ບໍ່​ພຽງ​ແຕ່​​ເປັນ​ການນາບ​ຂູ່​​ເຖິງ​ສັນ​ຕິ​ພາບ​ຢູ່ຕາ​ເວັນ​ອອກ​ກາງ​ເທົ່າ​ນັ້ນ ຫາກ​ຍັງສົ່ງ​ຜົນ​ສະທ້ອນ​ເຖິງ​ອະນາ​ຄົດ​ຂອງ​ປະ​ເທດ​ນີ້​ເທົ່າ​ນັ້ນ. ຄຽງ​ຂ້າງ​ນັ້ນ, ທ່ານ Kerry ​ເນັ້ນ​ໜັກ​ວ່າ ມາດ​ຕະການ 2 ປະ​ເທດ​ແມ່ນ​ວິທີ​ໜຶ່ງ​ດ່ຽວ ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນທີ່​ແກ່ຍາວ​ເປັນ​ເວລາ​ຫລາຍ​ປີ​ລະຫວ່າງ ອິດສະ​ລາ​ແອັນ ​ແລະ ປາ​ແລັດ​ສະຕິ​ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ມາດ​ຕະການ​ນີ້ ພວມ​ຢືນ​ຢູ່​ຕໍ່ໜ້າ​ໄພ​ລົ້ມ​ລະລາຍ, ​ເມື່ອ​ບັນດາ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ບັນດາ​ຝ່າຍ​ຖືກ​ໂຈະ​ໄວ​້ນັບ​ແຕ່​ປີ 2014 ມາ​ຮອດ​ປະຈຸ​ບັນ ​ແລະ ບັນດາ​ຝ່າຍ​ຜ່ອນ​ສັ້ນ​ຜ່ອນ​ຍາວ. ຕາມ​ທ່ານ Kerry ​ແລ້ວ ທັງ ອິດສະ​ລາ​ແອັນ ​ແລະ ປາ​ແລັດ​ສະຕິ​ນ ຄວນຍອມຮັບ​ມາດ​ຕະການ 2 ປະ​ເທດ ​ແລ​ະ ​ເລື່ອງກຳນົດ​ເສັ້ນ​ຊາຍ​ແດນ​ຈະ​ອີງ​ຕາມ​ບັນດາ​ເຂດ ​ເຊິ່ງ 2 ຝ່າຍ​ຄຸ້ມ​ຄອງ​ກ່ອນ​ສົງຄາມ​ຕາ​ເວັນ​ອອກ​ກາງ​ປີ 1967 ດ້ວຍ Jerusalem ​ແມ່ນ​ນະຄອນຫລວງ​ລວມ. ​ໃນ​ສະພາບ​ການ​ນັ້ນ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kerry ຖື​ວ່າ: ​ເລື່ອງ ອາ​ເມ​ລິ​ກາ ຕັດສິນ​ນຳ​ໃຊ້​ບັດຂາວ​ແທນ​ທີ​ນຳ​ໃຊ້​ສິດ, ຄັດຄ້ານຊ່ວຍ​ໃຫ້​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ຮັບຮອງ​ເອົາມະຕິ ກ່າວ​ປະນາມ​ໂຄງການ​ຕັ້ງ​ຖິ່ນ​ຖານຄົງ​ທີ່​ຂອງ ອິດສະ​ລາ​ແອັນ ​ໃນ​ອາທິດ​ກ່ອນ ​ແມ່ນ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ມາດ​ຕະການ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ