ໂຄງ​ການ​ຕີ​ລາ​ຄາ, ປະ​ກາດ​ວິ​ສາ​ຫະ​ກິດ​ມີການພັດ​ທະ​ນາ​ແບບ​ຍື່ນ​ຍົງ​ປີ 2020

(VOVWORLD) -ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ຈັດຕັ້ງການປຸກລະດົມໂຄງການຕີລາຄາ, ປະກາດວິສາຫະກິດມີການພັດທະນາແບບຍືນຍົງຢູ່ຫວຽດນາມ ປີ 2020.
ໂຄງ​ການ​ຕີ​ລາ​ຄາ, ປະ​ກາດ​ວິ​ສາ​ຫະ​ກິດ​ມີການພັດ​ທະ​ນາ​ແບບ​ຍື່ນ​ຍົງ​ປີ 2020 - ảnh 1 ທ່ານຫວູຕຽນລົກ, ປະທານ VCCI ກ່າວຄຳເຫັນທີ່ການປຸກລະດົມໂຄງການຕີລາຄາ, ປະກາດວິສາຫະກິດມີການພັດທະນາແບບຍືນຍົງຢູ່ຫວຽດນາມ (ພາບ: laodong.vn)

ຕາມນັ້ນແລ້ວ, ປີນີ້, ໂຄງການຈະສືບຕໍ່ຮັບເອກະສານຂອງວິສາຫະກິດຢູ່ທຸກຂອບຂະໜາດ ແລະ ຂົງເຂດໃນທົ່ວປະເທດ, ຜ່ານຮູບການສົ່ງສຳເນົາເອກະສານ ຫຼື ຜັນຂະຫຍາຍທາງອອນລາຍໂດຍບໍ່ເສຍຄ່າ. ທ່ານ ຫງວຽນກວາງວິງ, ເລຂານຸການໃຫຍ່ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ຮອງປະທານສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງໃຫ້ຮູ້ວ່າ:

ປີນີ້, ພວກຂ້າພະເຈົ້າຈະນຳເອົາບັນດາຕົວເລກທີ່ລະອຽດພໍສົມຄວນຄື ຄວາມສະເໝີພາບລະຫວ່າງ ຍິງ -ຊາຍ, ຕົວເລກກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຊີວະພາບນາໆພັນ, ຄຸ້ມຄອງແຫຼ່ງນ້ຳ. ນີ້ແມ່ນບັນດາຈຸດໃໝ່ອ່ຽມຂອງປະມວນຕົວເລກໃນປີນີ້ເມື່ອທຽບໃສ່ຊຸມປີກ່ອນ. ພວກຂ້າພະເຈົ້າມານະພະຍາຍາມເພື່ອໃຫ້ປະມວນຕົວເລກນີ້ ນັບມື້ນັບງ່າຍດາຍກ່ວາ ເພື່ອໃຫ້ບໍ່ພຽງແຕ່ວິສາຫະກິດຂະໜາດໃຫຍ່ເທົ່ານັ້ນ ຫາກຍັງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ຊ້ຳບໍ່ໜຳໃນຊຸມປີຈະມາເຖິງ, ພວກຂ້າພະເຈົ້າຈະສົ່ງເສີມບັນດາຈຸລະວິສາຫະກິດນຳໃຊ້ປະມວນຕົວເລກນີ້.

ປະມວນຕົວເລກວິສາຫະກິດພັດທະນາແບບຍືນຍົງ ໂດຍສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງຫວຽດນາມ ພ້ອມກັບບັນດານັກຊ່ຽວຊານແຖວໜ້າໃນບັນດາຂົງເຂດ ເສດຖະກິດ - ສັງຄົມ ຄົ້ນຄ້ວາ ແລະ ອັບເດດຈຸດໃໝ່ຫຼາຍຈຸດເພື່ອໃຫ້ເໝາະສົມກັບບັນດາຄວາມຮຽກຮ້ອງຕ້ອງການຈາກບັນດາສັນຍາການຄ້າເສລີສຳຄັນເຊິ່ງຫວຽດນາມໄດ້ລົງນາມໃນຫວ່າງມໍ່ໆມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ